Crimeaຖະແຫຼງຈະຄຸ້ມ ຄອງບັນດາບໍລິສັດແຫ່ງລັດຂອງຢູແກຼນ
ຢູ່ນອກສຳນັກງານອຳນາດການປົກຄອງ Sevastopol, Crimea ໃນວັນທີ 11/3.
(ພາບ: AFP/TTXVN)
(vovworld) – Crimea ຖະແຫຼງຈະຄຸ້ມຄອງບັນດາບໍລິສັດແຫ່ງລັດຂອງ ຢູແກຼນ, ຖະແຫຼງການດັ່ງກ່າວໂດຍທ່ານຮອງນາຍົກລັດຖະມົນຕີຜູ້ທີໜຶ່ງຂອງປະເທດ ສ. ປົກຄອງດ້ວຍຕົນເອງ Crimea Rustam Temirgaliev ຍົກອອກມາໃນວັນທີ 12/3, ທີ່ການປະຊຸມຂ່າວທີ່ຖ່າຍທອດທາງໂທລະພາບ ລັດເຊຍ. ທ່ານ Temirgaliev ຢັ້ງຢືນວ່າ: ໃນຊຸມວັນຈະມາເຖິງ, ບັນດາຊັບສົມບັດຂອງ ຢູແກຼນ ໃນເຂດດິນແດນຂອງ Crimea ຈະຖືກມອບໂອນເຂົ້າອຳນາດການປົກຄອງ Crimea.
ຕາມແຜນການແລ້ວ, ວັນທີ 16/3 ຈະມາເຖິງ, Crimea ຈະດຳເນີນການເອົາປະຊາມະຕິ ຕົກລົງແຫຼມນີ້ຈະສືບຕໍ່ແມ່ນປະເທດ ສ. ປົກຄອງດ້ວຍຕົນເອງ ຂອງ ຢູ່ແກຼນ ຫຼືເປັນພາກສ່ວນໜຶ່ງຂອງສະຫະພັນ ລັດເຊຍ. ເພື່ອແນໃສ່ສະກັດກັ້ນບັນດາການເຄື່ອນໄຫວ “ກໍ່ຄວາມເກາະຜິດ” ກ່ອນການປ່ອນບັດ, ອຳນາດການປົກຄອງ Crimea ໄດ້ເພີ່ມທະວີການກວດກາສະໜາມບິນຕົ້ນຕໍ່ຢູ່ແຫຼມແຫ່ງນີ້, ພ້ອມທັງສະກັດກັ້ນບັນດາຖ້ຽວບິນໄປ - ກັບ ແຫຼມນີ້ເຖິງວັນທີ 17/3.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 12/3, ບັນດາການນຳຂອງກຸ່ມບັນດາປະເທດອຸດສາຫະກຳອັນດັບໜຶ່ງຂອງໂລກ (G7) ຮຽກຮ້ອງໃຫ້ ລັດເຊຍ ຢຸດຕິການເຄື່ອນໄຫວກ່ຽວຂ້ອງເຖິງການລົງປະຊາມະຕິຢູ່ແຫຼມ Crimea ຂອງ ຢູແກຼນ ຖ້າບໍ່ຄືແນວນັ້ນ, ມົດສະກູຈະປະເຊີນໜ້າກັບການເຄື່ອນໄຫວໂຕ້ຕອບ.