EUເຫັນດີຮັດແໜ້ນຄວາມສະຫງົບປອດໄພຕາມເຂດຊາຍແດນພາຍຫຼັງເຫດບຸກໂຈມຕີຢູ່ຝລັ່ງ

EUເຫັນດີຮັດແໜ້ນຄວາມສະຫງົບປອດໄພຕາມເຂດຊາຍແດນພາຍຫຼັງເຫດບຸກໂຈມຕີຢູ່ຝລັ່ງ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ​ຝ​ລັ່ງ Bernard Cazeneuve
(ພາບ: Getty)


(vovworld) – ​ໃນ​ການ​ປະ​ຊຸມ​ດ່ວນ​ຢູ່ບ​ຣ​ຸກ​ແຊນ, ປະ​ເທດ​ແບນ​ຊິກ, ໃນ​ວັນ​ທີ 20/11, ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ພາຍ​ໃນ ແລະ ຍຸ​ຕິ​ທຳ​ສະ​ຫະ​ພາບ​ເອີ​ລົບ (EU) ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສາ​ມັກ​ຄີ​ກັບ​ຝ​ລັ່ງ ພາຍ​ຫຼັງ​ເຫດບ​ຸກ​ໂຈມ​ຕີ​ທີ່ນອງ​ເລືອດຢ​ູ່​ປາ​ຣີ, ພ້ອມ​ທັງ​ເຫັນ​ດີ​ກັບ​ບັນ​ດາ​ມາດ​ຕະ​ການ​ໃໝ່​ເພື່ອ​ຮັດ​ແໜ້ນ​ຄວາມ​​ສະ​ຫງົ​ບປ​ອດ​ໄພ​ຢູ່​ເຂດ​ຊາຍ​ແດນ ແລະ ຄວ​ບ​ຄຸມ​ການ​ນຳ​ໃຊ້​ປືນ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ​ຝ​ລັ່ງ Bernard Cazeneuve ໃຫ້​ຮູ້​ວ່າ, EU ຈະ​ຊຸກ​ຍູ້​ບັນ​ດາ​ຂໍ້​ສະ​ເໜີ​ປ່ຽນ​ແປງ​​ທີ່ສຳ​ຄັນ​ສຳ​​ລັ​ບ​ຂໍ້​ກຳ​ນົດ​ໄປ​ມາ​ຢ່າງ​ເສ​ລີ​ໃນ​ກຸ່ມ Schengen, ເຊິ່ງ​ຕາມນັ້ນ​ແລ້ວ, ​ຈະອະ​ນຸ​ຍາດ​ໄຫ້​ກວດ​ກາຄົນ​ໄປ​ມາ​ຜ່າ​ນ​ຊ​າຍ​ແດນ, ນັ​ບ​ທັງ​ພົນ​ລະ​ເມືອງ​ເອີ​ລົບຢ່າງ​ມີລະ​ບົບ ແລະ ບັງ​ຄັບ​ຢູ່​ຊາຍ​ແດນ​ທຸກ​ແ​ຫ່ງ​. ທ່ານ Cazeneuve ເນັ້ນ​ໜັກ​ວ່າ, “ນີ້​ແມ່ນ​ການ​ປ່ຽນ​ແປງ​ຕົ້​ນ​ຕໍ່”, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ຄະ​ນະ​ກຳ​ມະ​ການເອີ​ລົບ ໄດ້​ເຫັນ​ດີ​ໃນ​ທ້າຍ​ປີນີ້ ຈະ​ຍົກ​ອອກ​ແຜນ​ການ​ປະ​ຕ​ິ​ຮູບ​​ຂໍ້ກຳ​ນົ​ດ​ກ່ຽວ​ກັບ​ການ​ໄປ​ມາ​ຢ່າງ​ເສ​ລີ​ໃນ​ກຸ່ມນີ້.

ຂ່າວ/ບົດ​ອື່ນ