Festival ກໍ່ຮ່າງສ້າງຕົວປີ 2013

Festival ກໍ່ຮ່າງສ້າງຕົວປີ 2013 - ảnh 1
ການສະແດງ ສິລະປະ ໃນ Festival
(ພາບ: dddn.com.vn)

(vovworld) - Festival ກໍ່ຮ່າງ​ສ້າງ​ຕົວ​ປີ 2013 ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 12/1 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ລາຍການ​ສັງ​ລວມ ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ​ໃຫ້​ຄຳ​ປຶກສາ, ບຳລຸງ​ສ້າງ, ສະໜອງ​ຂໍ້​ມູນ​ຂ່າວ, ໜູນ​ຊ່ວຍ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ​ແລະ ສຳ​ພັດ​ກັບ​ແຫຼ່ງທຶນ ກໍ່​ຄື​ນັກ​ລົງທຶນ… ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ເພື່ອນ​ໜຸ່ມ​ຫັນ​ຄວາມ​ໄຝ່ຝັນ​ຂອງ​ຕົນ​ປະກົດ​ຜົນ​ເປັນ​ຈິງ. 11 ​ໂຄງການ​ດີ​ເດັ່ນ​ຂອງ​ Festival ກໍ່ຮ່າງ​ສ້າງ​ຕົວ​ປີ 2012 ຖືກ​ຄັດ​ເລືອກຈາກ 93 ​ໂຄງການ​ໄດ້​ຮັບ​ລາງວັນ. ນັກ​ສຶກສາ ຫງວຽນ​ທິທູ​ຮ່ຽນ, ສະມາຊິກ​ກຸ່ມ​ໂຄງການ​ກໍ່​ຮ່າງ​ສ້າງ​ຕົວ V – Tour, ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງ​ປະ​ເທດ ຮ່າ​ໂນ້ຍ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ໄດ້​ຮັບ​ລາງວັນ, ​ແບ່ງປັນ​ວ່າ:

”​ໄດ້​ຮັບ​ລາງວັນ​ກໍ່​ຮ່າງ​ສ້າງ​ຕົວ​ທົ່ວ​ປະ​ເທດ​ໃນ​ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ, ຍ້ອນ​ບັນລຸ​ໄດ້ຜົນ​ງານ ​ເຊິ່ງທຸກ​ຄົນ​ໃນ​ກຸມ​ໄດ້​ມານະ​ພະຍາຍາມ​ເຮັດ. ຂ້າພະ​ເຈົ້າ​ປາຖະໜາ​ຢາກ​ຮຽກຮ້ອງການ​ລົງທຶນ, ​ເພື່ອ​ໃຫ້​ແນວ​ຄວາມ​ຄິດ​ຂອງ​ພວກ​ຂ້າພະ​ເຈົ້າ​ປະກົດ​ຜົນ​ເປັນ​ຈິງ, ​ແນ​ໃສ່​ປະກອບສ່ວນ​ອະນຸລັກ​ຮັກສາ​ວັດທະນະທຳ, ພັດທະນາ​ການທ່ອງທ່ຽວ​ ​ແລະ ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ດີງາມ​ກວ່າ​ເກົ່າ.”

ຂ່າວ/ບົດ​ອື່ນ