(vovworld) – ອົງການພະລັງງານປະລະມານູສາກົນ (ຫຼື IAEA) ແລະ ອີຣານ ຈະສືບຕໍ່ມີການພົບປະກັນໃນອາທິດຈະມາເຖິງພາຍຫຼັງມີ “ການແລກປ່ຽນທັດສະນະຢ່າງສະດວກສະບາຍ” ໃນການເຈລະຈາເປັນເວລາ 2 ວັນ ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້. ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການປຶກສາຫາລື ກັບ ຝ່າຍ ອີຣານ ຢູ່ ນະຄອນຫຼວງ ວຽນ ປະເທດ ໂອຕຣິດ, ທ່ານ Hermann Nackaerts, ຮອງຜູ້ອຳນວຍການ IAEA, ທັງແມ່ນຫົວໜ້າຄະນະຜູ້ສັງເກດການນິວເຄຼຍຂອງສະຫະປະຊາຊາດ ໃຫ້ຮູ້ວ່າ: ພາຍຫຼັງເຈລະຈາມາເປັນເວລາ 2 ວັນ, 2 ຝ່າຍໄດ້ປຶກສາຫາລືບາງທັດສະນະ ເພື່ອຊຸກຍູ້ວິວັດທະນາການຮັບຮູ້ຂອງ IAEA ຕາມທິດສ້າງສັນ. ບັນຫາທີ່ໄດ້ຮັບການບຸລິມະສິດປຶກສາຫາລືທີ່ສຸດນັ້ນແມ່ນ, ເຮັດແນວໃດ ເພື່ອກຳນົດຄວາມສາມາດດ້ານການທະຫານຂອງ ໂຄງການນິວເຄຼຍຂອງ ອີຣານ, ແຕ່ເຖິງຢ່າງໃດກໍຕາມ, ທັງ 2 ຝ່າຍລ້ວນແຕ່ບໍ່ເຜິຍສະຖານທີ່ຂອງການພົບປະຄັ້ງຕໍ່ໄປ, ກໍຄືເນື້ອໃນລະອຽດຂອງການພົບປະເທື່ອ.