ISຍອມຮັບຍິງລູກຈະຫຼວດຈາກແຫຼມຊີນາຍເຂົ້າອິດສະຣາແອນ

ISຍອມຮັບຍິງລູກຈະຫຼວດຈາກແຫຼມຊີນາຍເຂົ້າອິດສະຣາແອນ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 3/7, ກອງ​ທັບ ອິດ​ສະ​ຣາ​ແອນ ໃຫ້​ຮູ້​ວ່າ: ລູກ​ຈະຫຼວດ 2 ລູກ​ຈາກ​ແຫຼມ ຊີ​ນາຍ​ຂອງ ອີ​ຢິບ ໄດ້​ຕົກ​ໃສ່​ພາກ​ໃຕ້ ອິ​ດ​ສະ​ຣາ​ແອນ, ແຕ່ບໍ່​ກໍ່​ຜົນ​ເສຍ​ຫາຍ​ກ່ຽວ​ກັບ​ດ້ານ​ຊີ​ວິດ​ອີນ​ຊີ ແລະ ຊັບ​ສິນ​ໃດໆ. ແຫຼ່ງ​ຂ່າວ​ດັ່ງ​ກ່າວ​ໄດ້​ຊີ້​ແຈ້ງວ່າ: ລູກ​ຈະຫຼວດນີ້​ໄດ້​ຍິງ​ຈາກ​ແຫຼມ ຊີ​ນາຍ ໃກ້​ກັບ​ຊາຍ​ແທນ​ຂອງ​ ອິດ​ສະ​ຣາ​ແອນ ແລະ ເຂດ ກາ​ຊາ. ການ​ກະ​ທຳ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໄປ​ໃນ​ສະ​ພາບ ອີ​ຢິບ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທີ່ນອງ​ເ​ລືືອດ​ຂອງກຸ່ມ “ລັດ​ອິດ​ສະ​ລ​າມ” (IS) ອ້າງ​ຊື່​ເອງ ເພື່ອ​ແນ​ໃສ່​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ແຫຼມ​ຊີ​ນາຍ.

        ກຸ່ມ “Sinai Province”, ສາ​ຂາ​ຂອງ IS ຢູ່ ອີ​ຢີບ, ໄດ້​ຍອມ​ຮັບ​ດຳ​ເນີນ​ເຫດ​ການ​ຍິງ​ລູ​ກ​ຈະຫຼວດ​ດັ່ງ​ກ່າວ. ໃນ​ຖະ​ແຫຼງ​ການ​ໜຶ່ງ​ໃນ​ເຄືອ​ຂ່າຍ​ສັງ​ຄົມ​ອອນ​ໄລ Twitter, ກຸ່ມນີ້ຢັ້ງ​ຢືນ​ໄດ້​ຍິງ​ລູກ​ຈະຫຼວດ ແມ່ນ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ເລື່ອງ ອິດ​ສະ​ຣາ​ແອນ​ໜູນ​ຊ່ວຍ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ອີ​ຢິບ ເມື່ອ​ກຸ່ມນີ້​ບຸກ​ໂຈມ​ຕີ ເຂົ້າ​ປ້ອມກວດ​ກາ​ການ​ທະ​ຫານ​ຢູ່​ແຫຼ​ມ ຊີ​ນາຍ ເມື່ອ​ວັນ​ທີ 1/7 ຜ່ານ​ມາ​ເຮັດ​ໃຫ້​ທະ​ຫານ ອີ​ຢິບ 30 ຄົນ​ເສຍ​ຊີ​ວິດ ແລະ ອີ​ກ 40 ຄົນ​ຮັບ​ບາດ​ເຈັບ.


ຂ່າວ/ບົດ​ອື່ນ