(vovworld) - ລັດຖະບານ Peru ຕົກລົງເປີດສະຖານທູດປະຈຳຫວຽດນາມ ໃນຂອບເຂດນະໂຍບາຍເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ແລະ ຄູ່ເຈລະຈາດ້ານການເມືອງບົນພື້ນຖານ 2 ຝ່າຍ ແລະ ຫຼາຍຝ່າຍຂອງປະເທດອາຟະລິກາໃຕ້ນີ້. ດຳລັດທີ່ປະກາດໃນຈົດໝາຍທາງການຂອງ Peru ໃຫ້ຮູ້ວ່າ ເລື່ອງເປີດສະຖານທູດປະຈຳຫວຽດນາມ ແມ່ນນອນໃນຄວາມານະພະຍາຍາມຂອງລັດຖະບານ Peru ໄດ້ເປັນການປັບປຸງຍຸດທະສາດຢູ່ພາກພື້ນອາຊີ - ປາຊີຟີກ ແລະ ສືບຕໍ່ເປີດກວ້າງການພົວພັນດ້ານການເມືອງ - ການຕ່າງປະເທດ ແລະ ເສດຖະກິດ - ການຄ້າ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ດຳລັດໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ກໍແມ່ນຕະຫຼາດສຳຄັນເພື່ອໃຫ້ Peru ເປີດກວ້າງການພົວພັນຢູ່ອາຊີ - ປາຊີຟີກ.