WHOຕີລາຄາສູງບັນດາການປ່ຽນໃໝ່ໃນລະບົບການແພດຂອງຫວຽດນາມ

WHOຕີລາຄາສູງບັນດາການປ່ຽນໃໝ່ໃນລະບົບການແພດຂອງຫວຽດນາມ - ảnh 1
​ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ
 ຫງວຽນ​ທິ​ກິມ​ຕ໋ຽນ
(ພາບ: TTXVN)

(vovworld) – ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ ຫງວຽນ​ທິ​ກິມ​ຕ໋ຽນ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 68 ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ທີ່ໄຂ​ຂຶ້ນ​ຢູ່ ເຊີ​ແນວ, ປະ​ເທດ ສະ​ວິດ ໃນ​ວັນ​ທີ 18/5 ແລະ ຄາດ​ວ່າ​ຈະ​ແກ່​ຍາວ​ຮອດ​ວັນ​ທີ 26/5. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ ຫງວຽນ​ທິ​ກິມ​ຕ໋ຽນ ໃຫ້​ຮູ້​ວ່າ: ​ໂດຍແມ່ນ​ປະ​ເທດ​ທີ່​ມີ​ພົນ​ລະ​ເມືອງ​ກ່​ວາ 90 ລ້ານ​ຄົນ, ຫາກໍ່​​ຖືກ​ຈັດ​ເຂົ້າ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ແຕ່​ວ່າ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຕົວ​ເລກ​ກ່ຽວ​ກັບ​ສຸ​ຂະ​ພາບ​ສູງ​ກ່​ວາ​ເມື່ອ​ທ​ຽບ​ໃສ່​ບາງ​ປະ​ເທດ​ມີ​ລະ​ດັບ​ລາຍ​ຮັບ​ເທົ່າ​ທຽມ… ຫວຽດ​ນາມ ພວມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ລະ​ບົບ​ສົ່ງ​ເສີມ​ສຸ​ຂະ​ພາບ​ແບບ​ຍືນ​ຍົງ​ເທື່ອ​ລະ​ກ້າວ, ໃນ​ນັ້ນ​ພັດ​ທະ​ນາ​ຢ່າງ​ຄົບ​ຊຸດ​ທັງ​ການ​ແພດ​​ລົງ​ເລິກ ແລະ ການ​ແພດ​​ທົ່ວ​ໄປ​.

        ຕາມ​ ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ ຫງວຽນ​ທິ​ກິມ​ຕ໋ຽນ ແລ້ວ, ອົງ​ການ​ອະ​ນາ​ໄມ​ໂລກ ເຂດ ປາ​ຊິ​ຟິກ​ຕາ​ເວັນ​ຕົກ ກໍ່​ຕີ​ລາ​ຄາ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ກ້າວ​ໜ້າ​ກະ​ໂດດ​ຂັ້ນ​ໃນ​ການ​ກຽ​ມພ້ອ​ມ​​ຕອບ​ສະ​ໜອງກັບ​ສະ​ພາບ​​ສຸກ​ເສີນ​ດ້ານການ​ແພດ​ວົງ​ຄະ​ນະ​ຍາດ​ ແລະ ເລື່ອງ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ຄວາມ​ໝັ້ນ​ຄົງ​​ດ້ານການ​ແພດ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ