ອາທິດຜ່ານມາ, ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຫຼາຍອີແມວ ແລະ ໂທລະສັບຈາກທ່ານຜູ້ຟັງທັງຢູ່ ລາວ ແລະ ຫວຽດນາມ. ເນື້ອໃນຈົດໝາຍລ້ວນແຕ່ຖາມ, ປະກອບຄຳເຫັນກ່ຽວກັບການເຄື່ອນໄຫວຕ່າງໆລະຫວ່າງ ຫວຽດນາມ - ລາວ ຈັດຂຶ້ນໃນອາທິດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຕອບບາງຄຳຖາມ ແລະ ຄັດສະເໜີເນື້ອໃນຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງຝາກມາລາຍການ.
ເພື່ອນ ໝອນແກ້ວ, ນັກສຶກສາມະຫາວິທະຍາໄລເສດຖະກິດ ຮ່າໂນ້ຍ ໄດ້ ໂທລະສັບຫາລາຍການໂດຍຖາມວ່າ: ຂ້າພະເຈົ້າມີພີ່ນ້ອງຜູ້ໜຶ່ງ, ທີ່ເຮັດວຽກງານຊາວໜຸ່ມຢູ່ແຂວງ ວຽງຈັນ, ລາວແມ່ນສະມາຊິກຜູ້ໜຶ່ງໃນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມ ກອງປະຊຸມຮ່ວມມືຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ 2014. ເມື່ອໂອ້ລົມທາງໂທລະສັບກັບລາວ ຂ້າພະເຈົ້າກໍ່ຮູ້ວ່າ: ການເຄື່ອນໄຫວຂອງກອງປະຊຸມນີ້ຈັດຂຶ້ນຢູ່ຮ່າໂນ້ຍ ແລະ ແຂວງ ກວາງນີງ. ຜ່ານລາຍການຂໍຮູ້ຕື່ມກ່ຽວກັບການເຄື່ອນໄຫວຂອງກອງປະຊຸມນີ້ໄດ້ບໍ່?
ທ່ານຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ເຂົ້າຮ່ວມກອງປະຊຸມ
ເພື່ອນ ໝອນແກ້ວ ທີີ່ຮັກແພງ, ຕອນເຊົ້າວັນທີ 8/12, ທີ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມຮ່ວມມືຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປີ 2014 ດ້ວຍການເຂົ້າຮ່ວມຂອງຜູ້ແທນຊາວໜຸ່ມ 3 ປະເທດ 60 ຄົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວານ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ, ຢັ້ງຢືນວ່າກອງປະຊຸມຮ່ວມມືຊາວໜຸ່ມ ຫວຽດນາມ, ລາວ, ກຳປູເຈຍ ແມ່ນການເຄື່ອນໄຫວແທດຈິງປະກອບສ່ວນສຶກສາມູນເຊື້ອການພົວພັນມິດ ຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ, ລາວ, ກຳປູເຈຍ ໃຫ້ແກ່ລຸ້ນໜຸ່ມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງຂອງບັນດາອົງການຊາວໜຸ່ມ ແລກປ່ຽນບົດຮຽນໃນການປະຕິບັດງານ, ຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ, ຢ້ຽມຢາມສະພາບຕົວຈິງເພື່ອສຳພັດວິທີເຮັດທີ່ດີ, ບັນດາຮູບແບບທີ່ດີ. ກ່າວຄຳເຫັນນະທີ່ນີ້, ທ່ານ ວິໄລວົງ ບຸດດາຄຳ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ເນັ້ນໜັກວ່າ:
ເທດສຽງທ່ານ ວິໄລວົງ
ພາຍຫຼັງພິທີໄຂ, ຊາວໝຸ່ມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ເຂົ້າຮ່ວມກອງປະຊຸມສຳນະມາ: “ບົດຮຽນໃນການຈັດຕັ້ງການເຄື່ອນໄຫວຊາວໜຸ່ມອາສາສະໝັກເພື່ອປະ ຊາຄົມ, ຊີວິດສັງຄົມ” ແລະ “ຊາວຫນຸ່ມປະກອບສ່ວນຮັກສາ ແລະ ເສີມຂະຫຍາຍມູນເຊື້ອ, ນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືພັດທະນາລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ”. ບັນດາຜູ້ແທນຊາວໜຸ່ມພ້ອມກັນແລກປ່ຽນ, ປຶກສາຫາລື, ແບ່ງປັນບົດຮຽນ, ເຮັດແຈ້ງມາດຕະການເສີມຂະຫຍາຍບົດບາດຂອງຊາວໜຸ່ມ 3 ປະເທດໃນການເຄື່ອນໄຫວຂອງຊາວໜຸ່ມ, ຈາກນັ້ນເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີລະຫວ່າງຊາວໜຸ່ມ ແລະ ປະຊາຊົນ 3 ປະເທດ.
+++
ທ່ານ ເພັດສະຫວັນ, ຢູ່ແຂວງ ເຊກອງ ໄດ້ຝາກອີແມວ ມາຍັງລາຍການປະກາດວ່າ: ວັນທີ 2/12, ກົງກັບວັນສະຖາປະນາປະເທດ ສປປ ລາວ, ຢູ່ເມືອງ ດັກຈຶງ, ແຂວງ ເຊກອງ, ສປປ ລາວ ໄດ້ດຳເນີນພິທີໄຂກິດຈະກຳກໍ່ສ້າງປ້ອມກວດກາຢູ່ດ່ານຊາຍແດນ ດັກຕາອອກ, ແຂວງ ເຊກອງ. ປ້ອມກວດກາດັ່ງກ່າວມີຍອດເງິນລົງທຶນ 48 ຕື້ດົ່ງ, ໂດຍລັດຖະບານ ຫວຽດນາມ ອຸປະຖຳຈາກແຫຼ່ງເງິນ ODA. ໂຄງການດັ່ງກ່າວ ໂດຍບໍລິສັດຫຸ້ນສ່ວນກໍ່ສ້າງ ດ້າຍຮົ່ງຟຸກ, ດຳເນີນການກໍ່ສ້າງໃນເວລາ 24 ເດືອນ. ນີ້ແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນທີ່ສຸດ, ຊ່ວຍເພິ່ມທະວີຄວາມສາມັກຄີ, ມິດຕະພາບເຊິ່ງແມ່ນໝາກຜົນຂອງການຮ່ວມມືລະຫວ່າງ 2 ແຂວງ ແຮກສ່ຽວ ເຊກອງ - ກວາງນາມ. ປ້ອມກວດກາປະສົມດ່ານຊາຍແດນ ດັກຕາອອກ ແລະ ດ່ານຊາຍແດນ ນານຢາງ (ເມືອງ ນາມຢາງ, ແຂວງ ກວາງນາມ), ຈະຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງແຂວງ ເຊກອງ - ກວາງນາມ ໃນອະນາຄົດ.
ຂໍຂອບໃຈທ່ານ ເພັດສະຫວັນ ຍ້ອນແຫຼ່ງຂ່າວທີ່ມີປະໂຫຍດດັ່ງກ່າວ, ຫວັງວ່າ ການພົວພັນຮ່ວມມືລະຫວ່າງ ແຂວງ ເຊກອງ - ກວາງນາມ ເວົ້າສະເພາະ ແລະ ຫວຽດນາມ - ລາວ ເວົ້າລວມ ນັບມື້ນັບໄດ້ຮັບການປັບປຸງ ແລະ ເພີ່ມພູນຄູນສ້າງໃນອະນາຄົດ.
ລາຍການໂອ້ລົມກັບເພື່ອນລາວຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້, ຖ້າຫາກຜູ້ຟັງໃດມີຄວາມສົນໃຈ ແລະ ຢາກປະກອບຄຳເຫັນໃຫ້ລາຍການສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ-ເຮືອນເລກທີ 45 ຖະໜົນບາຈ້ຽວ-ຮ່າໂນ້ຍ ຫຼືໂທລະສັບມາໂດຍກົງຕາມເບີໂທ: 0084.43.825.6631, ອີແມວ: Laovov@yahoo.com ຫຼື laovov5@gmail.com. ພວກເຮົາຍິນດີຕ້ອນຮັບ ແລະ ພ້ອມແລ້ວທີ່ຈະຕອບຄຳຖາມຂອງທ່ານທຸກປະການ. ຂໍຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ.