(vovworld) – ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງລາວ ຫຼາຍທ່ານ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ລຸງ ຫງວຽນວັນແຕ້ວ, ຊາວຫວຽດນາມ ອາໄສຢູ່ໄທ ໄດ້ສົ່ງອີແມວ ມາລາຍການໂດຍແບ່ງປັນວ່າ: ໃນໄລຍະຜ່ານມາ, ສະພາບການຢູ່ທະເລຕາເວັນອອກມີຄວາມເຄັ່ງຕຶງທີ່ສຸດ ຍ້ອນຝ່າຍຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ. ແຕ່ກໍ່ຍ້ອນມີທິດທາງອັນຖືກຕ້ອງຂອງພັກ, ລັດຫວຽດນາມ ສະນັ້ນເພື່ອນມິດສາກົນໄດ້ສະໜັບສະໜູນທັດສະນະ, ຫຼັກໝັ້ນຂອງຫວຽດນາມ ແລະ ປາດຖະໜາວ່າ ຝ່າຍຕ່າງໆຈະມີມາດຕະການແກ້ໄຂສະພາບເຄັ່ງຕຶງດ້ວຍວິທີການທູດ, ສັນຕິພາບໂດຍໄວ ບົນພື້ນຖານເຄົາລົບກົດໝາຍສາກົນ.
ເພື່ອນ ດາລາວັນ ສີຫາລາດ ແຂວງ ຫົວພັນ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຕິດຕາມບັນດາລາຍການພາກພາສາລາວ ຜ່ານວິທະຍຸ ແລະ ສື່ເອເລັກໂຕນິກເປັນປະຈຳ, ຂ້າພະເຈົ້າເຫັນວ່າບັນດາລາຍການທີ່ໄດ້ອອກອາກາດນັບມື້ນັບອຸດົມສົມບຸນ ແລະ ມີຫຼາຍບົດຂ່າວທັງທັນການ, ເໝາະສົມກັບສະຖານະການ, ທັງຕອບສະໜອງໄດ້ຄວາມຕ້ອງການຂອງຜູ້ຟັງ ແລະ ຜູ້ຊົມ. ຂ້າພະເຈົ້າປາດຖະໜາວ່າ ໃນໄລຍະຈະມາເຖິງລາຍການພາກພາສາລາວ ຈະມີຫຼາຍບົດມ່ວນກວ່າອີກ.
ເພື່ອນ ບຸນທະວີ ອີນທະວົງ, ໄດ້ສົ່ງອີແມວມາລາຍການໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ອ່ານຂ່າວ, ບົດ ແລະ ຮັບຟັງບັນດາລາຍການປະຈຳວັນຂອງພາກພາສາລາວ VOV ໃນແວບໄຊ ດ້ວຍໂທລະສັບມືຖືຂອງຕົນ. ຂ້າພະເຈົ້າມີຄວາມມ່ວນຊື່ນເມື່ອເຫັນວ່າ ແວບໄຊ ໄດ້ຮັບການປັບປຸງໃຫ້ດີກວ່າເກົ່າ, ສ້າງຄວາມສະດວກໃຫ້ພວກຂ້າພະເຈົ້າຕິດຕາມຮັບຟັງຂ່າວຫວຽດນາມ ແລະ ໂລກໄດ້ດີ.
ເພື່ອນພອນໄຊ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ໄດ້ຖາມວ່າ: ຂ້າພະເຈົ້າຮູ້ວ່າ ຫວຽດນາມ ມີຝັ່ງທະເລແຕ່ເໜືອຮອດໃຕ້, ດິນດອນອຸດົມສົມບູນ ແລະ ຈະເລີນພັນ. ແຕ່ຂ້າພະເຈົ້າບໍ່ຮູ້ວ່າ ຝັ່ງທະເລຂອງຫວຽດນາມ ລວງຍາວເທົ່າໃດກ.ມ, ມີເກາະໃຫຍ່ນ້ອຍຈັກແຫ່ງ ແລະ ເກາະແຫ່ງໃດແມ່ນເກາະໃຫຍ່ກວ່າໝູ່ຢູ່ຫວຽດນາມ?
ເພື່ອນພອນໄຊ ທີ່ຮັກແພງ, ຕາມຕົວເລກທີ່ໄດ້ປະກາດໃນແວບໄຊຂອງກະຊວງວິທະຍາສາດ, ເຕັກໂນໂລຊີຫວຽດນາມ ແລ້ວ, ຝັ່ງທະເລຂອງຫວຽດນາມ ມີລວງຍາວກວ່າ 3.000 ກມ. ປະຈຸບັນ ຫວຽດນາມ ມີເກາະ, ຫາດຫີນໃຕ້ນ້ຳໃຫຍ່ນ້ອຍກວ່າ 4.000 ແຫ່ງ. ໃນນັ້ນເກາະໃຫຍ່ກວ່າໝູ່ຂອງຫວຽດນາມ ແມ່ນເກາະ ຟຸ໋ກ໋ວກ ເຊິ່ງໄດ້ຮັບການຂະໜານນາມວ່າ ເກາະເພັດ, ເກາະຟຸ໋ກ໋ວກ ພ້ອມກັບບັນດາເກາະແຫ່ງອື່ນໄດ້ສ້າງເປັນເມືອງເກາະຟຸ໋ກ໋ວກ ຂຶ້ນກັບແຂວງກຽນຢາງ, ເນື້ອທີ່ຂອງເກາະແຫ່ງນີ້ແມ່ນ 589,23 ກິໂລຕາແມັດ.
ເພື່ອນຄຳພັນ ວິໄລຈິດ, ແຂວງ ຈຳປະສັກ ສົ່ງອີແມວມາລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວວ່າ ໃນເດືອນ 07/2014, ແຂວງ ນິງທ້ວນ ໄດ້ຈັດງານບຸນໝາກອະງຸ່ນ ແລະ ເຫຼົ້າແວງ. ຂ້າພະເຈົ້າບໍ່ຮູ້ວ່າງານບຸນຈະຈັດຕັ້ງໃນມື້ໃດ ແລະ ຂອບຂະໜາດຂອງງານບຸນຄືແນວໃດ?
ເພື່ອນຄຳພັນ ວິໄລຈິດ ທີ່ຮັກແພງ, ຄະນະກຳມະການປະຊາຊົນແຂວງນິງທ້ວນ ຫາກໍ່ປະກາດງານບຸນໝາກອະງຸ່ນ ແລະ ເຫຼົ້າແວງ ສາກົນ ນິງທ້ວນປີ 2014. ຕາມນັ້ນແລ້ວ, ງານບຸນເລີ່ມຈັດຂຶ້ນໃນວັນທີ 17 – 19/07/2014 ຈະມາເຖິງ ຢູ່ເຂດໜອງ ດ່ຽວຮ່ວາ, ໃຈກາງນະຄອນ ຟານຢາງ - ທ໋າບຈ່າມ, ແຂວງນິງທ້ວນ. ແລະກໍ່ທີ່ງານບຸນຄັ້ງນີ້ ໄດ້ຈັດງານຕະຫຼາດນັດການຄ້າ ແລະ ທ່ອງທ່ຽວສາກົນ ເຊິ່ງຈະດຳເນີນໄປເປັນເວລາ 6 ວັນ (ແຕ່ວັນທີ 17 – 19/07) ດ້ວຍຮ້ານວາງສະແດງໝາກອະງຸ່ນ ແລະ ບັນດາຜະລິດຕະພັນຈາກໝາກອະງຸ່ນຂອງບັນດາບໍລິສັດຜະລິດເຫຼົ້າທັງຢູ່ພາຍໃນ ແລະ ຕ່າງປະເທດປະມານ 100 ຮ້ານ. ນີ້ແມ່ນງານບຸນທີ່ມີຂອບຂະໜາດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ ທີ່ໄດ້ຈັດຕັ້ງຢູ່ແຂວງນິງທ້ວນ.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.