ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 267 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ.

ເພື່ອນສົມພາວັນ, ນັກສຶກສາລາວ ພວມຮ່ຳຮຽນຢູ່ນະຄອນໂຮ່ຈິມິນ ໄດ້ໂທລະສັບມາຍັງລາຍການໂດຍໃຫ້ຮູ້ວ່າ: ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຮູ້ວ່າ ມີຄະນະຜູ້ແທນນະຄອນໂຮ່ຈິມິນ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນຂ່າວກ່ຽວກັບການເຮັດວຽກລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ.

        ເພື່ອນສົມພາວັນ ທີ່ຮັກແພງ, ເພື່ອແນໃສ່ຍູ້ແຮງການພົວພັນທາງການທູດອັນດີງາມ ແລະ ເພີ່ມທະວີ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນໂຮ່ຈິມິນ ແລະ ລາວຕື່ມອີກ, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ ໂດຍທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈິມິນ ນຳໜ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 22 – 26 ມັງກອນ. ທີ່ການເຈລະຈາກັບທ່ານ ສິນລາວົງ ຂຸດໄພທູນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 22 ມັງກອນ, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ, ນະຄອນໂຮ່ຈິມິນ ພ້ອມແລ້ວທີ່ຈະໜູນຊ່ວຍນະຄອນຫຼວງວຽງຈັນ ພັດທະນາ, ພິເສດແມ່ນການແລກປ່ຽນບົດຮຽນ ແລະ ມາດຕະການພັດທະນາ. ກ່ຽວກັບເນື້ອໃນການຮ່ວມມືລະອຽດ, ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ, ນະຄອນໂຮ່ຈິມິນ ໄດ້ແບ່ງປັນບົດຮຽນ, ປະຕິບັດບັນດາໂຄງການໜູນຊ່ວຍສຳລັບນະຄອນຫຼວງວຽງຈັນ ໃນຫຼາຍຄົງເຂດ. ລະອຽດແມ່ນ: ນະຄອນໂຮ່ຈິມິນ ໄດ້ສົມທົບກັນຈັດຕັ້ງຊຸດຝຶກອົບຮົມກ່ຽວກັບພາສີ, ການເງິນ; ໜູນຊ່ວຍບຳລຸງສ້າງນັກສຶກສາໂຮງຮຽນຊັ້ນກາງຄຸ້ມຄອງການທ່ອງທ່ຽວ; ໜູນຊ່ວຍໂຄງການບູລະນະຟູງງົວຊີ້ນນະຄອນຫຼວງວຽງຈັນ… ພາຍຫຼັງການເຈລະຈາ, ທ່ານ ຫງວຽນທ້ຽນເຍີນ ແລະ ທ່ານ ສິນລາວົງ ຂຸດໄພທູນ ພ້ອມກັບຄະນະຜູ້ແທນ 2 ຝ່າຍ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງເມືອງ 5 ແລະ ເມືອງ ສີໂຄດຕະບອງ. ຕາມບົດບັນທຶກຊ່ວຍຈຳແລ້ວ, ຄະນະກຳມະການປະຊາຊົນເມືອງ 5 ແລະ ອຳນາດການປົກຄອງເມືອງ ສີໂຄດຕະບອງ ໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບ; ແລກປ່ຽນເປັນປະຈຳ, ພົບປະແລກປ່ຽນໃນທຸກຂົງເຂດ, ໃນນັ້ນມີບັນດາຂົງເຂດລົງທຶນ - ການຄ້າ, ເສດຖະກິດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ, ທ່ອງທ່ຽວ, ກະສິກຳເຕັກໂນໂລຊີສູງ…

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1 (ພິທີເລີ່ມລົງມືກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ)

ແລະກໍ່ໃນອາທິດຜ່ານມາ, ເພື່ອນ ບູນທອງ, ປະຈຸບັນພວມດຳລົງຊີວິດຢູ່ແຂວງ ບໍ່ແກ້ວ ໄດ້ໂທລະສັບມາລາຍການ ໃຫ້ຮູ້ວ່າ: ເພື່ອນມີຄວາມສົນໃຈເຖິງບັນດາການເຄື່ອນໄຫວຮ່ວມມືລະຫວ່າງລາວ ແລະ ຫວຽດນາມ. ເພື່ອນໄດ້ຮູ້ວ່າ, ໃນໄລຍະຜ່ານມາ, ຝ່າຍຫວຽດນາມ ໄດ້ຊ່ວຍໃຫ້ລາວ ກໍ່ສ້າງຫຼາຍກິດຈະກຳທີ່ມີຜົນປະໂຫຍດ. ແລະຫວ່າງແລ້ວນີ້, ຝ່າຍຫວຽດນາມ ສືບຕໍ່ຊ່ວຍລາວ ກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ. ເພື່ອນຢາກຊອກຮູ້ແຈ້ງກວ່າກ່ຽວກັບບັນດາກິດຈະກຳຍ່ອຍຂອງໂຄງການດັ່ງກ່າວ.

        ເພື່ອ ບູນທອງ ທີ່ຮັກແພງ, ກະຊວງປ້ອງກັນປະເທດລາວ ໄດ້ສົມທົບກັບກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງພິທີເລີ່ມລົງມືກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ຢູ່ເມືອງ ໄຊເສດຖາ, ຊານນະຄອນຫຼວງວຽງຈັນ ໃນວັນທີ 19 ມັງກອນຜ່ານມາ. ທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ວິໄລ ລາຄຳຟອງ ໄດ້ຂອບໃຈຝ່າຍຫວຽດນາມ ຍາມໃດກໍ່ສະຫງວນການຊ່ວຍເຫຼືອໃຫ້ປະເທດລາວ, ພິເສດແມ່ນໃນວຽກງານບຳລຸງສ້າງຊັບພະຍາກອນມະນຸດ ແລະ ກໍ່ສ້າງບັນດາກິດຈະກຳໂຄງລ່າງເວົ້າລວມ ແລະ ສຳລັບກຳລັງກອງທັບເວົ້າສະເພາະ. ທ່ານຮອງລັດຖະມົນຕີ ວິໄລ ລາຄຳຟອງ ໃຫ້ຮູ້ວ່າ, ເລື່ອງກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ເລີ່ມມາຈາກຄວາມຕ້ອງການທີ່ຈຳເປັນ, ຈາກພຶດຕິກຳຕົວຈິງຢ່າງພາວະວິໄສແມ່ນເລື່ອງຍົກສູງກຳລັງຄວາມສາມາດຂອງກອງທັບປະຊາຊົນລາວ ໃນການສ້າງຖັນແຖວພະນັກງານການເມືອງ, ຮັບປະກັນການກະກຽມດ້ານແນວຄິດ ແລະ ທິດສະດີໃຫ້ເປັນຢ່າງດີ, ຍົກສູງລະດັບຄວາມຮູ້ຂອງພະນັກງານນັກຮົບ ໃນຂົງເຂດການເມືອງແນວຄິດ, ຕອບສະໜອງບັນດາໜ້າທີ່ການເມືອງ ເຊິ່ງພັກ, ລັດ ລາວໄດ້ມອບໝາຍໃຫ້ກອງທັບປະຊາຊົນລາວ ເປັນຢ່າງດີ.

        ໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ມີຍອດຈຳນວນເງິນລົງທຶນປະມານ 270 ຕື້ດົ່ງ, ໂດຍບໍລິສັດໃຫຍ່ 36, ສາຂາຢູ່ລາວ ປະຕິບັດການກໍ່ສ້າງ. ໂຄງການລວມມີ 17 ກິດຈະກຳຍ່ອຍ ຄື:  ຕຶກອາຄານສຳລັບອະທິການບໍດີ, ຕຶກອາຄານສຳລັບຫ້ອງການ, ຕຶກອາຄານສຳລັບນັກສຳມະນາກອນ, ຫໍພັກ, ໂຮງໝໍ… ໃນເນື້ອທີ່ກວ້າງ 20 ເຮັກຕາ, ສາມາດຕອບສະໜອງຄວາມຕ້ອງການຮ່ຳຮຽນ, ປະຕິບັດງານຂອງທະຫານ, ນັກຮົບ 400 ຄົນ. ໄລຍະທີ 1 ຂອງໂຄງການລວມມື 7 ກິດຈະກຳຍ່ອຍຕົ້ນຕໍ່ ດ້ວຍເນື້ອທີ່ກໍ່ສ້າງປະມານ 7.000 ຕາແມັດ, ຍອດຈຳນວນເງິນລົງທຶນ 137,4 ຕື້ດົ່ງ, ຄາດວ່າຈະກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການໃນເດືອນ ກັນຍາ 2019.

        ແລະກໍ່ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ກໍ່ໄດ້ຮັບໂທລະສັບ, ອີແມວ ຫຼາຍສະບັບຈາກຜູ້ຟັງລາວ ແລະ ຫວຽດນາມ ຝາກມາລາຍການ ເພື່ອຢື້ຢາມຖາມຂ່າວ ແລະ ສົ່ງຄຳອວຍພອນອັນດີງາມເຖິງບັນດາອ້າຍ, ເອື້ອຍ, ນ້ອງບັນນາທິການພາກພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ