ຕອບຄຳຖາມຂອງທ່ານຜູ້ຟັງທີ່ຝາກເຖິງລາຍການໃນອາທິດຜ່ານມາ

ຕອບຄຳຖາມຂອງທ່ານຜູ້ຟັງທີ່ຝາກເຖິງລາຍການໃນອາທິດຜ່ານມາ - ảnh 1
(ພາບປະກອບ)

ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບໂທລະສັບ ແລະ ອີແມວຈາກທ່ານຜູ້ຟັງທີ່ສົ່ງເຖິງລາຍການ, ໃນນັ້ນທ່ານຜູ້ຟັງ​ມີ​ຄວາມ​ສົນໃຈ​​ເຖິງ​ການ​ພັດທະນາກະ​ສິກຳ, ຊົນນະບົດ​ຂອງຫວຽດນາມ. ນອກຈາກ​ນັ້ນ, ທ່ານ​ຜູ້​ຟັງ​ຍັງ​ຢາກ​ຖາມ​ກ່ຽວ​ກັບ​ຂອງຂວັນ​ທີ່​ສະຫງວນ​ໃຫ້​​ແກ່​ທ່ານ​ຜູ້​ຟັງ​ທີ່​ໄດ້​ຮັບ​ຟັງ​ລາຍການ​ເປັນ​ເວລາຫຼາຍ​ປີ. ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ຂ້າພະ​ເຈົ້າ​ຈະ​ຕອບ​ບັນດາ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງສົ່ງ​ເຖິງ​ລາຍການຂອງ​ພວກ​ເຮົາ.

ເພື່ອນ ສຸກ​ມະ​ລີ​ວົງ ​ແຂວງ ​ໄຊ​ຍະ​ບຸລີ ​ໄດ້​ສົ່ງ​ຈົດໝາຍ​ຫາ​ລາຍການ​​ໂດຍຖາມ​ວ່າ: ​ໃນ​ລາຍການ​ຊົນນະບົດ​ໃໝ່, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ການ​ພັດທະນາ​ບັນດາ​ຂະ​ແໜງອາຊີບ, ທາງ​ຄົມ​ມະ​ນາ​ຄົມ, ວິທີ​ປ່ຽນ​ໃໝ່​ໃນ​ການ​ພັດທະນາ​ກະສິກຳ. ​ແຕ່​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ວ່າ ອີ່​ງ​ໃສ່​ມາດຖານ​ໃດ​ເພື່ອ​ຕີ​ລາຄາ​ວ່າ​ແມ່ນ​ຕາ​ແສງ​ທີ່​ບັນລຸ​ໄດ້​ມາດຖານ​ຊົນນະບົດ​ໃໝ່?

ເພື່ອນ ສຸກ​ມະ​ລີ​ວົງ ທີ່​ຮັກ​ແພງ, ຊຸດ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ​ໃໝ່, ​ເຊິ່ງ​​ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ຂໍ້​ຕົກລົງປະກາດ​ໃນ​ເດືອນ 4/2009, ​ໄດ້​ແບ່ງ​ເປັນ 5 ໝວດຄື: ໝວດ​ທີ 1 ​ແມ່ນ​ມາດຖານ​ກ່ຽວ​ກັບ “​ແຜນ​ກຳ​ນົດ ​ແລະ ປະຕິບັດ​ແຜນກຳນົດ”. ໝວດ​ທີ 2 ​ແມ່ນ “ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ” ດ້ວຍ​ບັນດາ​ມາດຖານ​ຄົມມະນາຄົມ, ຊົນລະປະທານ, ​ໄພ​ຟ້າ, ​ໂຮງຮຽນ, ພື້ນຖານ​ດ້ານ​ວັດຖຸ​, ວັດທະນະທຳ, ​ຕະຫຼາດ​ຊົນນະບົດ, ໄປສະນີ, ​ເຮືອນ​ຢູ່​ຂອງ​ປະຊາຊົນ. ໝວດ​ທີ 3 ​ແມ່ນ “​ເສດຖະກິດ ​ແລະ ຈັດ​ຕັ້ງ​ການ​ຜະລິດ”, ​ເຊິ່ງລວມມີ​ມາດຕະຖານ​ດ້ານ​ລາຍ​ຮັບ, ຄອບຄົວ​ທຸກ​ຍາກ, ​ໂຄງ​ປະກອບ​​ແຮງ​ງານ ​ແລະ ຮູບ​ການ​ຈັດ​ຕັ້ງ​ການ​ຜະລິດ. ໝວດ​ທີ 4 ​ແມ່ນ “ວັດທະນະທຳ - ສັງຄົມ - ສິ່ງ​ແວດ​ລ້ອມ” ​ເຊິ່ງລວມມີ​ການ​ສຶກສາ, ສາທາລະນະ​ສຸກ, ວັດ​ທະ​ນະ​ທຳ ​ແລະ ສິ່ງ​ແວດ​ລ້ອມ. ​ແລະ ມາດຖານ​ສຸດ​ທ້າຍ​ແມ່ນ​ໝວດ​ກ່ຽວ​ກັບ “ລະບົບ​ການ​ເມືອງ” ດ້ວຍ 2 ມາດຖານ: ລະບົບ​ອົງການ​ຈັດ​ຕັ້ງການ​ເມືອງ​ສັງຄົມ​ເຂັ້ມ​ແຂງ ​ແລະ ໝັ້ນຄົງ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສົງ​ຄົມ. ຊຸດ​ມາດຖານ​ແຫ່ງ​ຊາດ​ໄດ້​ກຳນົດ​ບັນດາ​ມາດຖານ​ຢ່າງ​ລະອຽດ​ ​ແລະ ​ຮອບດ້ານ​ຂອງ​ຊີວິດ​ສັງຄົມ, ການ​ຜະລິດ, ການ​ດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ. ​ມີ​ບັນດາ​ມາດຖານ​ທີ່​ມີ​ລັກສະນະ​​ເປັນ​ຮູບ​ຮ່າງ​ຄື: ລະບົບ​ຕາໜ່າງ​ໄພ​ຟ້າ, ທາງ​ຄົມມະນາຄົມ, ​ສຸກສາລາ, ລາຍ​ຮັບ, ​ເຮືອນ​ຢູ່, ​ແຕ່​ກໍ​ມີ​ບັນດາ​ມາດຖານ​ກໍ​ມີ​ລັກສະນະ​ບໍ່​ເປັນ​ຮູບ​ຮ່າງ​ຄື: ອັດຕາສ່ວນ​ການ​ສຶກສາພາກ​ບັງຄັບ, ຄົນງານ​ໄດ້​ຮັບ​ການ​ບຳລຸງສ້າງ, ​ເຂົ້າ​ຮ່ວມ​ບັນດາ​ຮູບ​ແບບ​ປະກັນ​ສຸຂະພາບ, ໝູ່ບ້ານບັນລຸ​ມາດຖານ​​ບ້ານ​ວັດທະນະທຳ...

ເພື່ອນ ລາດ​ດາ​ພອນ ພົມມາ​ຈັນ, ​ແຂວງ​ວຽງ​ຈັນ ​ຖາມ​ວ່າ. ຂ້າພະ​ເຈົ້າ​ໄດ້ຮັບ​ຂ່າວ​ວ່າ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມອບ​ຂອງຂວັນ​ໃຫ້​ຜູ້​ທີ່​ຮັບ​ຟັງ​ລາຍການ​ເປັນ​ເວລາ​ຫຼາຍ​ປີ. ​ເພື່ອ​ໄດ້​ຮັບ​ຂອງຂວັນ​ນັ້ນ​ຜູ້​ຟັງ​ຕ້ອງ​ມີ​ມາດຖານ​ຄື​ແນວ​ໃດ​ແດ່?

ກ່ອນອື່ນ​ໝົດ​ພວກ​ຂ້າພະ​ເຈົ້າ​ຂໍຂອບ​ໃຈ​​ເພື່ອນ ລາດ​ດາ​ພອນ ພົມມາ​ຈັນ ທີ່​ໄດ້​ສົນໃຈ​, ຕິດຕາມຮັບ​ຟັງລາຍການຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ. ປະຈຸ​ບັນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ມີ​ຂອງຂວັນ​ສຳລັບ​ຜູ້​ຟັງ​ທີ່​ຮັບ​ຟັງ​ເປັນ​ປະຈຳ​​ແຕ່ 3 ປີ, 5 ປີ ​ແລະ 10 ປີ. ​ເມື່ອ​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ ​​ແລະ ຕິດ​ຕໍ່​ຫາ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ຈະ​ອິງ​ໃສ່​ຈຸດ​ເວລາ​ນັ້ນ​ເພື່ອ​ມອບ​ຂອງຂວັນ. ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະ​ໄດ້​ຮັບ​ຈົດໝາຍ, ​ໂທລະສັບ ຫຼື ອີ​ແມວ​ຈາກ​ທ່ານທີ່​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ລາຍການ​ຫຼາຍກວ່າ​ອີກ ​ແລະ ຈະ​ຊ່ວຍ​ໃຫ້​ລາຍການ​ນັບ​ມື້ນັບ​ດີກ​ວ່າ.

ນັ້ນ​ແມ່ນ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງສົ່ງ​ເຖິງ​ລາຍການພາສາ​ລາວ, ວິທະຍາ​ກະຈາຍສຽງ​ຫວຽດນາມ ​ໃນ​ອາທິດ​ຜ່ານ​ມາ. ຫວັງ​ວ່າ ​ເພື່ອນ ສຸກ​ມະ​ລີ​ວົງ ​ແລະ ເພື່ອນ ລາດ​ດາ​ພອນ ພົມມາ​ຈັນ ຄົງ​ພໍ​ໃຈ​ກ່ຽວ​ກັບ​ຄຳ​ຕອບ​ຂອງ​ພວກ​ຂ້າພະ​ເຈົ້າ. ຖ້າ​ຫາກ​ທ່ານ​ໃດ​ມີ​ຄຳ​ເຫັນຕໍ່​ລາຍການ​ກໍສົ່ງ​​ເຖິງທີ່ຢູ່ : ວິທະຍຸ​ກະຈາຍສຽງ​ຫວຽດນາມ - ​ເຮືອນ​ເລກທີ 45 ຖະໜົມບ່າ​ຈ້ຽວ - ຮ່າ​ໂນ້ຍ ຫຼື ​ໂທລະສັບຕາມ​ເບີ: 0084 43 825 6631 ຫຼື ອີ​ແມວດ້ວຍ​ລະຫັດ laovov@yahoo.com. ທ່ານ​ຜູ້​ຟັງ​ສາມາດ​ແລກປ່ຽນ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ລາຍການ​ພາກ​ພາສາ​ລາວ ຜ່ານ​ແວບ​ໄຊ vovworld.vn ຫຼື vov5.vn.

ຕອບກັບ

ຂ່າວ/ບົດ​ອື່ນ