ມະຕິທີ່ອ້າງວ້າງປ່ຽວດຽວໃນວິວັດແຫ່ງການພັດທະນາການພົວພັນຫວຽດນາມ - ອາເມລິກາ

(vovworld) – ຫວ່າງ​ແລ້ວ​ນີ້, ນະຄອນ Santa Ana, ທີ່​ຂຶ້ນ​ກັບ​ລັດ California ​ແຫ່ງ​ອາ​ເມ​ລິ​ກາ ຫາ​ກໍ່​ຮັບຮອງ​ເອົາ​ມະຕິ ​ທີ່​ກີດຂວາງ​ບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ມາ​ທ່ອງ​ທ່ຽວ ຫຼື​ແວ່​ຢາມ​ນະຄອນ​ແຫ່ງ​ນີ້. ​ໃນ​ຂະນະ​ທີ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ​ນັ້ນ, ມະຕິ​ນີ້​ໄດ້​ກາຍ​ເປັນ​ມະຕິ​ທີ່​ຕົກ​ຢູ່​ໂດດ​ດ່ຽວ​.
ມະຕິທີ່ອ້າງວ້າງປ່ຽວດຽວໃນວິວັດແຫ່ງການພັດທະນາການພົວພັນຫວຽດນາມ - ອາເມລິກາ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ
ທ່ານ ອະດິດປະທານາທິບໍດີ ອາເມລິກາ George W. Bush
(ພາບ: ອີນເຕີເນັດ)

        ມະຕິທີ່​ກີດຂວາງ​ບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ມາ​ທ່ອງ​ທ່ຽວ ຫຼື​ແວ່​ຢາມ​ນະຄອນ​ Santa Ana ​ນັ້ນ, ​ໂດຍ​ເຈົ້າ​ຄອງ​ນະຄອນ Miguel Pulido ລົງ​ນາມ ​ແລະ ປະກາດ​ໃຊ້​ເມື່ອ​ວັນ​ທີ 19/2/2013. ຕາມ​ນັ້ນ​ແລ້ວ, ກ່ອນຈະ​ມາ​ຢ້ຽມຢາມນະຄອນ​ນີ້ 2 ສັບປະດາ, ວົງ​ການ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ຕ້ອງ​ແຈ້ງ​ໃຫ້​ຕຳຫຼວດ​ນະຄອນ​ຊາບ​, ​ເພື່ອ​ໃຫ້​ຕຳຫຼວດ​ສະ​ເໜີ​ຕໍ່​ເຈົ້າ​ຄອງ​ນະຄອນ ​ແລະ ສະພາ​ນະຄອນ. ມະຕິ​ກໍ່​ກຳນົດ​ວ່າ ນະຄອນ​ Santa Ana ມີ​ສິດ​ບັງຄັບ​ໃຫ້​ບັນດາ​ຫົວໜ່ວຍ​ທີ່​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ມາ​ຢ້ຽມຢາມ​ຕ້ອງ​ຊຳລະ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ ​ເຊິ່ງນະຄອນ​ Santa Ana ​ໄດ້​​ໃຊ້​ຈ່າຍ​​ໃຫ້​ແກ່​ການ​ຢ້ຽມຢາມ​ເຫຼົ່າ​ນັ້ນ.

        ຖ້າ​ພຽງ​ແຕ່​​ຄື​ແນວ​ນັ້ນ, ກໍ່​​ແມ່ນ​ການ​ກຳນົດສະ​ເພາະ​ກ່ຽວ​ກັບ​ດ້ານ​ບໍລິຫານ, ພາຍ​ໃນ​ນະຄອນ​ Santa Ana, ​ເຊິ່ງ​ແມ່ນນະຄອນທີ່​ມີ​ຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ​ຫວຽດນາມ​ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເທົ່າ​ນັ້ນ. ​ແຕ່​ມັນ​ບໍ່​ພຽງ​ແຕ່​​ຄື​ແນວ​ນັ້ນ​. ຫາກ​ມະຕິ​​ເລກທີ 55 B ນີ້ ພັດ​ຊີ້​ແຈ້ງວ່າ, ນະຄອນ​ Santa Ana  ບໍ່​ສົ່ງ​ເສີມ​ຜູ້​ຕາງ​ໜ້າ​ອຳນາດການ​ປົກຄອງ​ຫວຽດນາມ​ມາ​ແຫ່ງ​ນີ້, ຈົນ​ກວ່າ​ເວລາ​ໃດ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຫືີຼບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ກຳນົດ ຫຼື ຮັບຮອງ​ວ່າ ປະ​ເທດສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ​ ໄດ້​ປັບປຸງ​ຜົນງານ​ດ້ານ​ສິດ​ທິມະນຸດ ​ແລະ ​ເຄົາລົບ​ບັນດາ​ສິດ​ທີ່​ເປັນ​ພື້ນຖານ​ຂອງ​ພົນລະ​ເມືອງ. ​ວັນ​ທີ 20/2/2013, ເຈົ້າ​ຄອງນະຄອນ​ Santa Ana , ຍັງ​ເວົ້າ​ທາງ​ວິທະຍຸ VOA ວ່າ: “ສານ​ຕົ້ນ​ຕໍຂອງ​ມະຕິ​ນີ້ ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ສາມັກຄີ​ກັບ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ ອາ​ໄສ​ໃນ​ທົ່ວ​ໂລກ ທີ່​ບໍ່​ຊົມ​ເຊີຍ​ການ​ມີ​ໜ້າ, ການ​ຢ້ຽມຢາມ​ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່​ຫວຽດນາມ ​ເພື່ອ​ຄັດຄ້ານ​ການລະ​ເມີດ​ສິດທິ​ມະນຸດ​ທີ່​ມີ​ຕໍ່​ປະຊາຊົນ​ພາຍ​ໃນ​ປະ​ເທດ, ​ເຊິ່ງພວມ​​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ຢູ່​ຮ່າ​ໂນ້ຍ“. ສິ່ງ​ທີ່​ໜ້າ​ເສຍດາຍ​ກວ່າ​ນັ້ນ​ແມ່ນ, ​ເຈົ້າ​ຄອງ​ນະຄອນ​ຍັງ​​ເວົ້າ​ວ່າ: “ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ລັດ​ອື່ນໆ ຈະ​ປະຕິບັດ​ຕາມ​ພວກ​ຂ້າພະ​ເຈົ້າ​ໃນ​ການປະກາດ​ໃຊ້​ບັນດາ​ມະຕິ​ທີ່​ຄ້າຍຄື​ກັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ສິດທິ​ມະນຸດ​ໃຫ້​ແກ່​ຫວຽດນາມ“.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ມະຕິ​​ເລກທີ 55 B ບໍ່​ພຽງ​ແຕ່​ຖືກ​ຈຳກັດ​ໃນ​ຂອບ​ເຂດ​ ເພື່ອ​ໃຫ້​​ເປົ້າ​ໝາຍ​ຈຳນວນ​ໜຶ່ງ​ໃນ​ວົງ​ຄະນາ​ຍາດ​ຊາວ​ອາ​ເມ​ລິ​ກາ​ ເຊື້ອ​ຊາດ​ຫວຽດ​ນາມ ຢູ່ນະຄອນ​ Santa Ana ພໍ​ໃຈ​ເທົ່າ​ນັ້ນ, ຫາກ​ເພື່ອ​​ກີດຂວາງ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ມາ​ທ່ອງ​ທ່ຽວ ຫຼື​ແວ່​ຢາມນະຄອນ​ Santa Ana, ​ແນ​ໃສ່ “ຄັດຄ້ານ​ການລະ​ເມີດ“, ຫຼື “​ແນ​ໃສ່​ຊຸກຍູ້​ສິດ​ທິມະນຸດ​ໃຫ້​ແກ່​ຫວຽດນາມ“ … ມັນ​ແມ່ນ​​ສິ່ງ​ທີ່​ເປັນຕາ​ຫົວ​​ເລາະແທ້ໆ.

​ຄວາມ​ຈິງ​ແລ້ວ, ຫວຽດນາມ ບໍ່​ມີ​ການລະ​ເມີດ ​ສິດທິ​ມະນຸດ. ສິດ​ທິມະ​ນຸດ​ລວມມີ: ສິດ​ໄດ້​ດຳລົງ​ຊີວິດ, ໄດ້​ເຮັດ​ວຽກ, ​ໄດ້​ຮຳ່ຮຽນ, ມີ​ຄວາມ​ເສລີ​ໃນ​ການ​ປາກ​ເວົ້າ, ​ການ​ເຫຼືອມ​​ໄສ ​ເຊື່ອ​ຖື​ສາສະໜາ.​​.​.​ ຂອງ​ປະຊາຊົນ ຫວຽດນາມ ທຸກ​ຄົນ ຍາມ​ໃດ​ກໍ່​ໄດ້​ຮັບ​ປະກັນ​ໃນ​ລັດຖະທຳ​ມະນູນ, ກົດໝາຍ ​ແລະ ​ໃນ​ຕົວຈິງ. ບັນດາ​ຜົນງານ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ ຫວຽດນາມ ທີ່​​​ຮັບ​ການຮັບຮູ້ຈາກປະຊາ​ຄົມ​ໂລກ ​ໃນ​ບັນດາ​ບົດ​ລາຍ​ງານສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ຜ່ານ​ການ​ຕີ​ລາຄາ​ຂອງ​ຊາວ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ທັງຊາວ ອາ​ເມ​ລິ​ກາ ທີ່​​ໄດ້​ມາ ຫວຽດນາມ.
ມະຕິທີ່ອ້າງວ້າງປ່ຽວດຽວໃນວິວັດແຫ່ງການພັດທະນາການພົວພັນຫວຽດນາມ - ອາເມລິກາ - ảnh 2
ແຂກທ່ອງທ່ຽວ ອາເມລິກາ ມາທ່ອງທ່ຽວ ຢູ່ ຫວຽດນາມ ເປັນຈຳນວນຫຼວງຫຼາຍ
(ພາບປະກອບ)

        ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນານັບ​ແຕ່​ປີ 1995, ​ເມື່ອ 2 ປະ​ເທດ​ໄດ​້ສ້າງ​ການ​ພົວພັນ​ເປັນ​ປົກກະຕິ. 2 ປະ​ເທດ ​ໄດ້​ມີ​ການ​ພົວພັນ​ອັນ​ດີງາມ​ທັງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ​.​..​ ບັນດາ​ເຈົ້າ​ໜ້າ​ທີ່ສຸງສຸດ​ຂອງ ອາ​ເມ​ລິ​ກາ, ຄື​ທ່ານ​ປະທານາທິບໍດີ Bill Clinton, ທ່ານປະທານາທິບໍດີ George W. Bush ​ເຄີຍ​ມາ​ຢ້ຽມຢາມ ຫວຽດນາມ. ສ່ວນບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ ຫວຽດນາມ, ​ໃນ​ນັ້ນ​ມີ​ທ່ານ​ປະທານ​ປະ​ເທດ ຫງວຽນ​ມິນ​ຈຽດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ເອ​ເມ​ລິ​ກາ. 2 ປະ​ເທດ ​ໄດ້ພັດທະນາ​ການ​ພົວພັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ. ວົງ​ຄະນະ​ຍາດ​ຊາວ ຫວຽດນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ປະມານ 2 ລ້ານ​ຄົນ ​ໄດ້ ​ແລະ ພວມ​ເຊື່ອມ​ໂຍງ​ເຂົ້າປະ​ເທດ​ ອາ​ເມ​ລິ​ກາ ​ເປັນ​ຢ່າງ​ດີ, ​ມີ​ການ​ປະກອບສ່ວນ​ພໍ​ສົມຄວນ​ເຂົ້າ​ການ​ພັດທະນາ​ຂອງ​ທ້ອງ​ຖີ່​ນຕ່າງໆ​ເຊິ່ງ​ເຂົາ​ເຈົ້າ​ພວມ​ດຳລົງ​ຊີວິດ, ​ໃນ​ນັ້ນ​ມີ​ນະຄອນ Santa Ana. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພົນລະ​ເມືອງ​ ຫວຽດນາມ​ ນັບ​ໝື່ນ​ຄົນ ​ໄດ້​ໄປ​ ອາ​ເມ​ລິ​ກາ ​ເພື່ອ​ຮຳ່ຮຽນ, ດຳເນີນທຸລະກິດ, ຢ້ຽມຢາມ​ຍາດຕິ​ພີ່ນ້ອງ ​ແລະ ​ທ່ອງ​ທ່ຽວ.​.​​. ຢ່າງ​ເປັນ​ປົກກະຕິ. ກົງກັນຂ້າມ, ມີ​ພົນລະ​ເມືອງ​ ອາ​ເມ​ລິກາ ຫຼາຍ​ຄົນ, ​ໃນ​ນັ້ນ​ມີ​ບັນດາ​ນັກ​ການ​​ເມືອງ, ບັນດາ​ທະຫານ​ຜ່ານ​ເສີກ, ບັນດາ​ນັກ​ສຶກສາ ມາ​ ຫວຽດນາມ ​ໃນ​​ແຕ່​ລະ​ມື ​ເພື່ອ​​ໄກ່​​ເກ່ຍ, ​ແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ສົງຄາມ​ຕາມບັນດາ​ໂຄງການ​ຂອງ​ລັດຖະບານ ອາ​ເມ​ລິ​ກາ, ​ຫຼື ​ເພື່ອ​ສະ​ແດງ​ຄວາມ​ຮັກ​ແພງ​ລະຫວ່າງຊາວ ອາ​ເມ​ລິ​ກາ ກັບຊາວ ຫວຽດນາມ ຜ່ານ​ລາຍການ​ກຸສົນ​ຄັ້ງຕ່າງໆ. ຄວາມ​ຈິງ​ແລ້ວ, ນັ້ນ​ແມ່ນ​​ການ​ດຳລົງ​ຊີ​ວິດ​ທີ່​ດຳ​ເນີນໃນ​ແຕ່​ລະ​ມື້, ມັນ​ແຂງ​ແຮງ​ກ່ວາ ​ຂໍ້ກຳນົດ​ບໍລິຫານ​ໃດໆ ທີ່​ກີດຂວາງ​ສາຍ​ພົວພັນ, ຄວາມ​ສະໜິດສະໜົມ​ລະຫວ່າງ ປະຊາຊົນ 2 ປະ​ເທດ. ຍ້ອນ​ເຫດ​ນັ້ນ, ​ເຖິງ​ວ່າ​ໄດ້​ຮັບ​ການປຸກລະດົມ​ຄື​ແນວ​ໃດ ກໍ​ຕາມ ມະຕິ​ກີດຂວາງ​ເຈົ້າ​ໜ້າ​ທີ່​ຂອງລັດ ຫວຽດນາມ ​ມາ​ທ່ອງ​ທ່ຽວ ​ແລະ ຢ້ຽມຢາມ​ນະຄອນ Santa Ana ຍັງ​ຕົກ​ຢູ່​ໂດດ​ດຽວ ​ໃນ​ວິວັດ​ແຫ່ງ​ການພັດທະນາ​​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ທີ່​ນັບ​ມື້​ນັບ​ແຂງ​ແຮງໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ