ສະ​ຫະ​ປະ​ຊາ​ຊາດ ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ຮູບ ແລະ ສ້າງ​ອະ​ນາ​ຄົດ​ໃໝ່

(VOVWORLD) -

  ວັນທີ 10 ກັນຍາ, ໄດ້ໄຂວາລະປະຊຸມຄັ້ງປະຖົມມະເລິກ ສະມັດຊາໃຫ່ຍ ສປຊ ຊຸດທີ 79 ດ້ວຍຄວາມຕັດສິນໃຈປະຕິຮູບ ແລະ ມີການກະທຳທີ່ຂ້ຽວຂາດກ່ວາເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ນັບມື້ນັບເພິ່ມຂຶ້ນກ່ຽວກັບດ້ານສັນຕິພາບ, ຄວາມໝັ້ນຄົງ ແລະ ການບໍລິຫານທົ່ວໂລກ.


ສະ​ຫະ​ປະ​ຊາ​ຊາດ ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ຮູບ ແລະ ສ້າງ​ອະ​ນາ​ຄົດ​ໃໝ່ - ảnh 1

ກອງປະຊຸມສະມັດຊາໃຫ່ຍ ສປຊ ຊຸດທີ 79 (ພາບ: UN )

    ວັນທີ 10 ສິງຫາ, ກອງປະຊຸມສະມັດຊາໃຫ່ຍ ສປຊ ຊຸດທີ 78 ໄດ້ອັດລົງຢູ່ ນິວຢອກ ປະເທດ ອາເມລິກາ. ໃນວັນດຽວກັນ, ກອງປະຊຸມສະມັດຊາໃຫ່ຍ ສປຊ ຊຸດທີ 79 ກໍ່ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍປະທານຄົນໃໝ່ແມ່ນທ່ານ Philemon Yang, ສັນຊາດ Cameroon. 

ສະ​ຫະ​ປະ​ຊາ​ຊາດ ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ຮູບ ແລະ ສ້າງ​ອະ​ນາ​ຄົດ​ໃໝ່ - ảnh 2

ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ຮຽກຮ້ອງ ເພີ່ມທະວີການຮ່ວມມືສາກົນ ຮັບມືກັບບັນດາສິ່ງທ້າທາຍ (ພາບ: REUTERS)

 ປີທີ່ມີການຜັນແປຂອງ ສປຊ

ໃນບົດກ່າວປາໄສອັດກອງປະຊຸມສະມັດຊາໃຫ່ຍ ສປຊ ຊຸດທີ 78, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ເນັ້ນໜັກວ່າ ປະຊາຄົມໂລກຫາກໍ່ຜ່ານຜ່າ 1 ປີທີ່ມີການຜັນແປຢ່າງແຮງ ຂະນະທີ່ຄວາມອິດຫິວທຸກຍາກ, ການຂາດຄວາມສະເໝີພາບສັງຄົມ ແລະ ການປະທະກັນໄດ້ເກີດຂຶ້ນຢູ່ຫຼາຍແຫ່ງໃນໂລກ. ການປະທະກັນຢູ່ເຂດ ກາຊາ ລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາສ ເກີດຂຶ້ນເມື່ອເດືອນຕຸລາປີ 2023 ແລະ ປະຈຸບັນຍັງແກ່ຍາວໃນສະພາບການບໍ່ມີທາງອອກ. ໃນຂະນະນັ້ນ, ການປະທະກັນຢູ່ ຢູແກຼນ ໃກ້ຈະກ່າວເຂົ້າສູ່ປີທີ 3 ແລ້ວ. ຄຽງຄູ່ກັນນັ້ນ, ສົງຄາມພາຍໃນຢູ່ ຊູດັງ, ການຈະລາຈົນຢູ່ ໄຮຕີ ພ້ອມກັບໄພເກີດການປະທະກັນເພີ່ມຂຶ້ນສູງຢູ່ຫຼາຍແຫ່ງອື່ນໆໃນໂລກ ໄດ້ເຮັດໃຫ້ໜ້າທີ່ສ້າງສັນຕິພາບຂອງ ສປຊ ໜັກໜ່ວງຂຶ້ນຕື່ມ. ທ່ານ Dennis Francis, ປະທານສະມັດຊາໃຫ່ຍ ສປຊ ຊຸດທີ 78 (UNGA-78) ກ່າວວ່າ:

  ສປຊ ໄດ້ຝຶກຝົນຫຼໍ່ຫຼອມຜ່ານສົງຄາມໂລກສອງຄັ້ງ ດ້ວຍຄຳສາບານທີ່ໃຫ້ລຸ້ນຫຼັງຫຼີກພົ້ນອອກຈາກວິນາດຕະກຳສົງຄາມ. ດັ່ງນັ້ນ, ສປຊ ຕ້ອງບືນຕົວຂຶ້ນ ຕອບສະໜອງບັນດາຄຳຮຽກຮ້ອງຕອ້ງການສູງທີ່ສຸດ ແລະ ສຳເລັດພາລະກຳຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ໃນສະພາບການທີ່ການປະທະກັນໄດ້ແຜ່ລາມອອກສູ່ລວງກ້ວາງ, ຈາກ ຢູແກຼນ, ໄຮຕີ ຕະຫຼອດຮອດຕາເວັນອອກກາງ, ອາຟຼິກກາ.

   ທ່ານ Dennis Francis ໄດ້ເຕື້ອງເຖິງຫົວເລື່ອງຂອງກອງປະຊຸມສະມັດຊາໃຫ່ຍ ສປຊ ຊຸດທີ 78 ແມ່ນ “ສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ ແລະ ປຸກລຸກນ້ຳໃຈສາມັກຄີທົ່ວໂລກ: ຊຸກຍູ້ການກະທຳ ໂຄງການດຳເນີນງານ 2030 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ, ມຸ່ງໄປເຖິງສັນຕິພາບ, ວັດທະນາຖາວອນ, ຄວາມກ້າວໜ້າ ແລະ ຍືນຍົງໃຫ້ທຸກຄົນ” ແລະ ທ່ານຊຸກຍູ້ປະເທດຕ່າງໆ ຈົ່ງສົມທົບກັບ ສປຊ ສຳເລັດພາລະກຳອັນສູງສົ່ງຂອງອົງການນີ້ ນັ້ນແມ່ນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ພ້ອມທັງຮັບມືກັບບັນດາສິ່ງທ້າທາຍແບບໃໝ່ໃຫ້ເປັນຢ່າງດີກ່ວາຄື: ການປ່ຽນແປງຂອງດິນຟ້າອາກາດ, ການຂາດຄວາມສະເໝີພາບດ້ານເຕັກໂນໂລຊີ ຫຼື ຄວາມສ່ຽງຂອງປັນຍາປະດິດ…

ການປະຕິຮູບ ແລະ ມຸ່ງໄປເຖິງອະນາຄົດ

ໃນວັນອັດກອງປະຊຸມສະມັດຊາໃຫ່ຍ ສປຊ ຊຸດທີ 78, ກອງປະຊຸມສະມັດຊາໃຫ່ຍ ສປຊ ກໍ່ໄດ້ໄຂວາລະປະຊຸມຄັ້ງປະຖົມມະເລິກຂອງ ຊຸດທີ 79  (UNGA-79). ຕາມບັນດາການນຳ ສປຊ, ສອງໜ້າທີ່ສຳຄັນອັນດັບໜຶ່ງຂອງ UNGA-79 ແມ່ນຊຸກຍູ້ການປະຕິຮູບ ສປຊ ຢ່າງແຮງ ແລະ ສ້າງອະນາຄົດລວມຂອງໂລກ ຜ່ານກອງປະຊຸມສຸດຍອດອະນາຄົດ ທີ່ຈັດຂຶ້ນແຕ່ວັນທີ 22-23 ກັນຍາ ຢູ່ສຳນັກງານ ສປຊ ຢູ່ ນິວຢອກ ປະເທດ ອາເມລິກາ, ກ່ອນຈັດສັບປະດາຂັ້ນສູງຂອງ UNGA-79 (ຄືວັນທີ 24 ກັນຍາ). ຄາດວ່າ, ໃນກອງປະຊຸມສຸດຍອດອະນາຄົດ ສປຊ ຈະຮັບຮອງເອົາເອກະສານ 3 ສະບັບ, ລວມມີ ສົນທິສັນຍາອະນາຄົດ; ສົນທິສັນຍາດີຈີຕອນທົ່ວໂລກ ແລະ ຖະແຫຼງການກ່ຽວກັບບັນດາລຸ້ນອະນາຄົດ. ທ່ານ Guy Ryder ຮອງເລຂາທິການໃຫ່ຍ ສປຊ ຮັບຜິດຊອບດ້ານນະໂຍບາຍ ໃຫ້ຮູ້ວ່າ:

  ແນວຄວາມຄິດຂອງກອງປະຊຸມສຸດຍອດອະນາຄົດ ແມ່ນເຮັດແນວໃດເພື່ອໃຫ້ ສປຊ ກາຍເປັນລະບົບຫຼາຍຝ່າຍທີ່ມີປະສິດທິຜົນກ່ວາອີກ ໃນການປະຕິບັດບັນດາພາລະກຳຂອງຕົນ, ພ້ອມທັງຊ່ວຍ ສປຊ ໄດ້ເຂົ້າຮ່ວມຢ່າງຄົບຖ້ວນ ແລະ ມີການເຊື່ອມຈອດດີກ່ວາ. ສິ່ງດັ່ງກ່າວເລີ່ມມາຈາກບັນດາສິ່ງທ້າທາຍທົ່ວໂລກ ຊື່ງພວກເຮົາພວມຕ້ອງປະເຊີນໜ້າ ກໍ່ຄືຕົວຈິງແມ່ນ ໂລກໄດ້ປ່ຽນແປງຢ່າງວ່ອງໄວ, ຫຼາຍບັນຫາໃນໂຄງປະກອບການບໍລິຫານໃນປະຈຸບັນ ໄດ້ສ້າງຂຶ້ນນັບແຕ່ເມື່ອຫາກໍ່ສ້າງຕັ້ງ ສປຊ.

  ກ່ອນກອງປະຊຸມ UNGA-79, ຫຼາຍປະເທດ, ອົງການຈັດຕັ້ງສາກົນ ແລະ ການນຳ ສປຊ, ໃນນັ້ນມີທ່ານເລຂາທິການໃຫ່ຍ ສປຊ ໄດ້ຮຽກຮ້ອງຢ່າງຕໍ່ເນື່ອງ ໃຫ້ເພີ່ມຈຳນວນສະມາຊິກປະຈຳສະພາຄວາມໝັ້ນຄົງ ສປຊ ເພື່ອສ່ອງແສງຄວາມເປັນລະບຽບຮຽບຮ້ອຍໂລກປະຈຸບັນຊັດເຈນກ່ວາ, ພ້ອມທັງມອບສິດໃຫ້ບັນດາປະເທດພວມພັດທະນາ ໃນກົງຈັກອອກຄຳຕັດສິນຂອງ ສປຊ, ລະອຽດແມ່ນຈັດແບ່ງໃຫ້ ອາຟຼິກກາ ທີ່ນັ່ງປະຈຳຢູ່ສະພາຄວາມໝັ້ນຄົງ ສປຊ. ໃນວັນທີ 13 ກັນຍາ, ອາເມລິກາ ໃຫ້ຮູ້ວ່າ ໄດ້ສະຫນັບສະໜູນຂໍ້ສະເໜີນີ້. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ, ນາງ Linda Thomas-Greenfield, ຖະແຫຼງວ່າ:

  ໄປຄຽງຄູ່ກັບບັນດາທີ່ນັ່ງບໍ່ປະຈຳໃນສະພາຄວາມໝັ້ນຄົງ ສປຊ ທີ່ຈັດໃຫ້ແກ່ບັນດາປະເທດ ອາຟຼິກກາ ແລ້ວ, ອາເມລິກາ ຍັງສະໜັບສະໜູນການສ້າງ 2 ທີ່ນັ່ງກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ໃຫ້ແກ່ ອາຟຼິກກາ ຕື່ມອີກ. ນີ້ແມ່ນສິ່ງທີ່ບັນດາຄູ່ຮ່ວມມື ອາຟຼິກກາ ຂອງພວກຂ້າພະເຈົ້າຮຽກຮ້ອງ ແລະ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ນັ້ນແມ່ນສິ່ງທີ່ຖືກຕ້ອງ. ນອກຈາກ ອາຟຼິກກາ, ບັນດາປະເທດ ອິນເດຍ, ຍີ່ປຸ່ນ, ບຣາຊິນ, ເຢັຍລະມັນ… ກໍ່ໄດ້ຮັບຫຼາຍການສະໜັບສະໜູນ ກ່ຽວກັບການຮັກສາທີ່ນັ່ງກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ, ເຖິງວ່າຈະຕ້ອງຖັດຈາກ ອາຟຼິກກາ ໃນອັນດັບບຸລິມະສິດກໍ່ຕາມ. ໃນຂະນະນັ້ນ, ເລື່ອງປ່ຽນແປງກົນໄກປ່ອນບັດຢູ່ສະພາຄວາມໝັ້ນຄົງ ສປຊ ເພື່ອຈຳກັດສິດຂອງບັດຢັບຢັ້ງ ໄດ້ຮັບການຄາດວ່າຈະສົບສົນກ່ວາ ຍ້ອນຖືກຄັດຄ້ານຈາກສະມາຊິກທີ່ເປັນກຳມະການສະພາຄວາມໝັ້ນຄົງ ສປຊ ເອງຈຳນວນໜຶ່ງ./.

ຕອບກັບ

ຂ່າວ/ບົດ​ອື່ນ