(vovworld) - ວັນທີ 2/9 ກ່ອນນີ້ 69 ປີ, ຕໍ່ໜ້າຊາວນະຄອນຫຼວງຮ່າໂນ້ຍນັບແສນຄົນ, ຕາງໜ້າໃຫ້ຊາວຫວຽດນາມທັງຊາດ 20 ລ້ານກວ່າຄົນ, ປະທານ ໂຮ່ຈີມິນໄດ້ອ່ານບົດຖະແຫຼງປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ສປ ຫວຽດນາມ). ປະຈຸບັນແມ່ນປະເທດ ສສ ຫວຽດນາມ. ນັບແຕ່ນັ້ນປະເທດຫວຽດນາມ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່, ກ້າວເຂົ້າສູ່ສັງກາດແຫ່ງເອກະລາດ, ເສລີພາບ. ແລະ ກໍ່ນັບແຕ່ນັ້ນ, ປະເທດຫວຽດນາມ ນັບມື້ນັບໄດ້ຮັບການພັດທະນາ ແລະ ຢັ້ງຢືນທີ່ຕັ້ງຂອງຕົນເປັນປະເທດເອກະລາດ, ເປັນເຈົ້າຕົນເອງໃນເວທີສາກົນ.
![ວັນທີ 2/9/1945, ວັນຊາດປະເທດຫວຽດນາມເອກະລາດ:ປະຫວັດສາດ, ຂີດໝາຍ ແລະ ອະນາຄົດ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_08_26/2-9.jpeg)
ທ່ານປະທານໂຮ່ຈີມິນ ອ່ານບົດຖະແຫຼງປະກາດເອກະລາດ
(ພາບ: ອິນເຕີແນດ)
ວັນທີ 2/9/1945. ທ່ານປະທານໂຮ່ຈີມິນ ອ່ານຖະແຫຼງປະກາດເອກະລາດ ຢືນຢັນກັບທົ່ວໂລກວ່າ: ຫວຽດນາມມີສິດເສລີພາບ ແລະ ເອກະລາດ. ແລະຄວາມຈິງໄດ້ກາຍເປັນປະເທດທີ່ມີສິດເສລີພາບ ແລະ ເອກະລາດ. ທັງປະເທດຫວຽດນາມຕັດສິນໃຈຮັກສາສິດເສລີພາບ ແລະ ເອກະລາດດັ່ງກ່າວດ້ວຍຈິດໃຈ, ກຳລັງ, ຊີວິດ ແລະຊັບສົມບັດຂອງຕົນ.
ຂີດໝາຍອັນສະຫງ່າລາສີໃນປະຫວັດສາດຫວຽດນາມ ແລະ ຂີດໝາຍໃນປະຫວັດສາດໂລກ
ວັນທີ 2/9/1945 ໄດ້ກ້າວເຂົ້າສູ່ປະຫວັດສາດ, ຄືດັ່ງຂີດໝາຍອັນສະຫງ່າລາສີກວ່າໝູ່ໃນປະຫວັດນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບົດປະກາດຖະແຫຼງເອກະລາດແມ່ນເອກະສານນິຕິກຳທີ່ສຳຄັນທຳອິດເມື່ອສະຖາປະນາປະເທດ ສປ ຫວຽດນາມ. ຢືນຢັນສິດເສລີພາບ, ເອກະລາດຂອງປະຊາຊົນຫວຽດນາມ ຕໍ່ໜ້າປະຊາຊົນທົ່ວໂລກ. ບໍ່ພຽງແຕ່ຄືແນວນັ້ນ, ມັນຍັງເປັນພື້ນຖານໃຫ້ແກ່ການສ້າງຕັ້ງລັດແຫ່ງອຳນາດນິຕິບັນຢັດຢູ່ຫວຽດນາມ. ດ້ວຍຈຸດໝາຍ “ເອກະລາດ - ເສລີພາບ - ມີຄວາມຜາສຸກ“. ສິ່ງດັ່ງກ່າວໄດ້ເຍືອງທາງເພື່ອໃຫ້ການປະຕິວັດຫວຽດນາມມຸ່ງໄປສູ່ລະດັບສູງໃໝ່ໃນພາລະກິດກໍ່ສ້າງລັດຂອງປະຊາຊົນ. ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ບົດຖະແຫຼງປະກາດເອກະລາດກໍ່ເປັນຂີດໝາຍແຫ່ງໄຊຊະນະແຫ່ງການຕໍ່ຕ້ານຕ້ານລ່າເມືອງຂຶ້ນ ແລະ ສັກດີນາມາເປັນເວລາເກືອບຮ້ອຍປີຂອງຊາດຫວຽດນາມ. ແມ່ນໄຊຊະນະແຫ່ງຄວາມຫວັງເສລີພາບ, ເອກະລາດ. ນັບແຕ່ນັ້ນ, ໃນຖານະເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະເທດຫວຽດນາມສືບຕໍ່ປະຕິບັດສຳເລັດພາລະໜ້າທີ່ປະຫວັດສາດອັນສະຫງ່າລາສີຂອງຕົນ, ນັ້ນແມ່ນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975, ນັກຄ້ົນຄ້ວາປະຫວັດສາດ ເຢືອງຈູງກວົກໃຫ້ຂໍ້ສັງເກດວ່າ:
“ເຫດການວັນທີ 2/9/1945 ປະທານ ໂຮ່ຈີມິນ ອ່ານບົດຖະແຫຼງເປະກາດອກະລາດ ແລະ ສ້າງຕັ້ງພື້ນຖານສາທາລະນະລັດ ປະຊາທິປະໄຕຢູ່ຫວຽດນາມນັ້ນ, ບໍ່ພຽງແຕ່ຢຸດຕິລະບອບຫົວເມືອງຂຶ້ນຝລັ່ງເທົ່ານັ້ນ, ຫາກຍັງຢຸດຕິລະບອບສັກດີນາອີກດ້ວຍ. ເຫດການນີ້ໄດ້ນຳຫວຽດນາມ ກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່, ດ້ວຍພື້ນຖານແມ່ນສາທາລະນະລັດ, ປະຊາທິປະໄຕ, ແລະ ຈາກກຳລັງແຮງຂອງປະເທດເອກະລາດນັ້ນ, ພວກເຮົາສືບຕໍ່ການຕໍ່ຕ້ານເພື່ອປົກປັກຮັກສາປະເທດຊາດໃນໄລຍະຕໍ່ໄປ.“
ບົດຖະແຫຼງປະກາດເອກະລາດໃນວັນທີ 2/9/1945 , ບໍ່ໍ່ພຽງແຕ່ສະຖາປະນາປະເທດ ສປ ຫວຽດນາມ, ເຊິ່ງແມ່ນລັດເອກະລາດທຳອິດໃນລະບົບບັນດາປະເທດຫົວເມືອງຂຶ້ນຂອງໂລກເທົ່ານັ້ນ, ຫາກຍັງແມ່ນສັນຍານແຫ່ງການສ້າງຕັ້ງລະບອບສັງຄົມໃໝ່, ອຳນາດການປົກຄອງກຳມະກອນ-ກະສີກອນທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້, ເປີດສາກສັງກາດເອກະລາດ, ເສລີພາບຂອງບັນດາປະເທດຫົວເມືອງຂຶ້ນທີ່ຖືກກົດຂີ່ຂູດຮີດ, ປະກອບສ່ວນໃຫ້ພາລະກິດປົດປ່ອຍຊາດ;
“ສຳລັບສາກົນ, ເຫດການຫວຽດນາມ ຍາດໄດ້ເອກະລາດໃນປີ 1945 ມີຜົນສະທ້ອນອັນໃຫຍ່ຫຼວງທີ່ສຸດ. ເຫດການນີ້ຄືດັ່ງແບບຢ່າງເພື່ອໃຫ້ບັນດາປະເທດຫົວເມືອງຂຶ້ນປະຕິບັດຕາມ. ຂ້າພະເຈົ້າຖືວ່າ, ຊາວຫວຽດນາມ ມີຄວາມເອກອ້າງທະນົງໃຈພິເສດຕໍ່ເຫດການນີ້, ເພາະວ່າເຂົາເຈົ້າໄດ້ຍາດເອົາເອກະລາດມາກ່ອນບັນດາປະເທດໃນພາກພື້ນ, ນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2“.
ເພີ່ມກຳລັງແຮງໃຫ້ແກ່ອະນາຄົດ
69 ປີ, ນັບແຕ່ສະຖາປະນາປະເທດ ສປ.ຫວຽດນາມ, ປະຈຸບັນແມ່ນປະເທດ ສສ ຫວຽດນາມ. ປະເທດຫວຽດນາມ ພວມມານະພະຍາຍາມບືນຕົວຂຶ້ນຢ່າງແຮງ. ພາຍຫຼັງ 25 ກວ່າປີແຫ່ງການປ່ຽນໃໝ່, ຫວຽດນາມໄດ້ຮັບຜົນງານຫຼາຍຢ່າງ ແລະ ໄດ້ຮັບຄວາມນັບຖືຈາກເພື່ອນມິດສາກົນ. ບັນດາຜົນງານອັນໃຫຍ່ຫຼວງນັ້ນໄດ້ສະແດງໃຫ້ເຫັນການເຕີບໃຫຍ່ໃນທຸກດ້ານຂອງພັກ, ລັດ ແລະ ທົ່ວປວງຊົນຫວຽດນາມ.
ບົນເສັ້ນທາງແຫ່ງການພັດທະນາ, ຫວຽດນາມ ພວມສູ້ຊົນເພື່ອຮອດປີ 2020 ຈະກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ, ມີສະຖຽນລະພາບດ້ານການເມືອງ, ສັງຄົມ, ມີປະຊາທິປະໄຕ, ຊີວິດດ້ານວດຖຸ ແລະ ຈິດໃຈຂອງປະຊາຊົນສືບຕໍ່ໄດ້ຮັບການປັບປຸງ. ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ... ສືບຕໍ່ຈິດໃຈຂອງການປະຕິວັດເດືອນ 8 ແລະ ວັນຊາດທີ 2/9. ໃນໄລຍະນີ້ຮຽກຮ້ອງໃຫ້ຫວຽດນາມ ຕ້ອງປະຕິບັດຄາດໝາຍແດງທີ່ໄດ້ວາງອອກໃຫ້ໄດ້. ທ່ານປະທານປະເທດ ເຈືອງເຕິ໋ນຊາງຢືນຢັນວ່າ:
“ປະເທດຫວຽດນາມ ໄດ້ຜ່ານຜ່າການທົດສອບຫຼາຍຢ່າງ. ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໄດ້ມານະພະຍາຍາມເພື່ອບັນລຸໄດ້ບັນດາຜົນງານທີ່ສຳຄັນ ແລະ ບັນດາບົດຮຽນອັນລຳ້ຄ່າ. ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດພວມຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມຕັດສິນໃຈສູງ, ມີຄວາມເຫັນດີເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ, ມີຈິດໃຈປ່ຽນໃໝ່ຢ່າງແຮງ, ຮອບດ້ານ ແລະ ຄົບຊຸດ. ພວກເຮົາໝັ້ນໝາຍຈະເຮັດວຽກ, ອຸທິດສ່ວນໃຫ້ເໝາະສົມກັບລຸ້ນກ່ອນ, ເໝາະສົມກັບປະຫວັດສາດອັນສະຫງ່າລາສີຂອງຊາດ ແລະ ເພື່ອອະນາຄົດຂອງຄົນລຸ້ນຫຼັງ“.
69 ປີໄດ້ລ່ວງເລີຍໄປແລ້ວ, ແຕ່ຄຸນຄ່າປະຊາທິປະໄຕ, ຍຸຕິທຳຂອງບົດຖະແຫຼງເອປະກາດກະລາດວັນທີ 2/9/1945 ຍັງຄົງເພີ່ມກຳລັງແຮງໃຫ້ຊາດຫວຽດນາມ ກ້າວຂຶ້ນ,ດ້ວຍຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນຄົງ. ບົດຖະແຫຼງປະກາດເອກະລາດໄດ້ ແລະ ພວມແມ່ນກຳລັງແຮງດ້ານຈິດໃຈເພື່ອໃຫ້ຊາດຫວຽດນາມກໍ່ສ້າງ, ພັດທະນາປະເທດຊາດ, ສືບຕໍ່ສ້າງຂີດໝາຍປະຫວັດສາດອັນສະຫງ່າລາສີໃຫ້ແກ່ປະເທດຊາດ.