(vovworld) - ທີ່ພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໃນຕອນເຊົ້າວັນທີ 21/10, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ສະເໜີບົດລາຍງານຂອງລັດຖະບານກ່ຽວກັບສະພາບການເສດຖະກິດ - ສັງຄົມປີ 2013, ໝາກຜົນ 3 ປີແຫ່ງການປະຕິບັດແຜນການ 5 ປີ (2011 – 2015) ແລະ ໜ້າທີ່ 2014 – 2015. ວິທະຍຸກະຈາຍສຽງ ຫວຽດນາມ ຂໍຄັດສະເໜີເນື້ອໃນຕົ້ນຕໍ່ຂອງບົດລາຍງານດັ່ງກ່າວຜ່ານບົດຂຽນທີພາດຫົວເລື່ອງວ່າ: ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຟື້ນຟູການເຕີບໂຕ.
ໂດຍຂຶ້ນຕົ້ນບົດລາຍງານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ຮັບຮູ້ວ່າ: 3 ປີຜ່ານມາ, ບັນດາສິ່ງຈຳກັດ, ຄວາມອ່ອນດ້ອຍຂອງພື້ນຖານເສດຖະກິດ ພ້ອມກັບດ້ານຫຼັງ ຂອງນະໂຍບານໜູນຊ່ວຍການເຕີບໂຕໄດ້ເຮັດໃຫ້ໄພເງິນເຟີ້ເພີ່ມຂື້ນສູງ, ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງຄວາມເປັນປົກກະຕິຂອງເສດຖະກິດມະຫາພາກ. ເສດຖະກິດເຕີບໂຕຢ່າງຊັກຊ້າ, ການຜະລິດ, ດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ເຖິງຢ່າງໃດກໍ່ຕາມ, ຍ້ອນປະຕິບັດບັນດາມາດຕະການຢ່າງຄົບຊຸດ ດັ່ງນັ້ນເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ. ໃນ 9 ເດືອນຕົ້ນປີ 2013, ຈຳນວນວິສາຫະກິດໄດ້ຈົດທະບຽນສ້າງຕັ້ງໃໝ່ເພີ່ມຂຶ້ນ 10,8% ແລະ ມີວິສາຫະກິດ 11.200 ແຫ່ງໄດ້ເຄື່ອນໄຫວຄືນໃໝ່.
ກ່ຽວກັບການສ້າງໂຄງປະກອບເສດຖະກິດຄືນໃໝ່, ລະອຽດແມ່ນສ້າງໂຄງປະກອບການລົງທຶນແຫ່ງລັດຄືນໃໝ່, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ສ້າງໂຄງປະກອບການເງິນ, ສິນເຊື່ອ, ກະສິກຳ ຄືນໃໝ່... ກໍ່ໄດ້ຮັບໝາກຜົນໃນເບື້ອງຕົ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃຫ້ຮູ້ວ່າ:
“ໃນການສ້າງໂຄງປະກອບການລົງທຶນຄືນໃໝ່, ເຊິ່ງຈຸດສຸມແມ່ນການລົງທຶນແຫ່ງລັດ, ໂຄງປະກອບ ແລະ ກົນໄກຈັດແບ່ງເງິນລົງທຶນ, ສຸມທຶນໃຫ້ແກ່ບັນດາກິດຈະກຳ, ໂຄງການສຳຄັນ, ມີຄວາມຈຳເປັນ ແລະ ທຶນສົມທົບໃຫ້ແກ່ບັນດາໂຄງການ ODA. ສ້າງກົນໄກແບ່ງຂັ້ນຄຸ້ມຄອງລົງທຶນໃຫ້ສົມບຸນແບບ, ຮັບປະກັນການຄຸມຄອງເປັນເອກະພາບຂອງສູນກາງ, ເພີ່ມທະວີຄວາມຮັບຜິດຊອບຂອງທ້ອງຖີ່ນ ແລະ ເຈົ້າຂອງລົງທຶນ. ກ່ຽວກັບການສ້າງໂຄງປະກອບ, ການເງີນ, ສິນເຊື່ອຄືນໃໝ່, ຈຸດສຸມແມ່ນບັນດາທະນາຄານການຄ້າ, ລັດຖະບານ ໄດ້ຜັນຂະຫຍາຍບັນດາມາດຕະການສ້າງໂຄງປະກອບລະບົບອົງການສິນເຊື່ອຢ່າງຄົບຊຸດ ແລະ ບັນລຸໄດ້ໝາກຜົນໃນເບື້ອງຕົ້ນ. ການເຄື່ອນໄຫວຂອງລະບົບທະນາຄານໄດ້ຮັບການຄວບຄຸມ ແລະ ຮັບປະກັນຄວາມປອດໄພ. ບັນດານະໂຍບາຍທີ່ອ່ອນດ້ອຍໄດ້ຮັບການສ້າງໂຄງປະກອບຄືນໃໝ່. ກ່ຽວກັບການສ້າງໂຄງປະກອບລັດວິສາຫະກິດ, ໄດ້ສຸມໃສ່ສ້າງສຳເລັດກົນໄກ, ນະໂຍບາຍປ່ຽນໃໝ່ວຽກງານຄຸ້ມຄອງລັດວິສາຫະກິດ.”

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ສະເໜີບົດລາຍງານຂອງລັດຖະບານ
ພາບ:chinhphu.vn
|
ກ່ຽວກັບວັດທະນະທຳສັງຄົມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕີລາຄາວ່າ.
“ປະຕິບັດບັນດາມາດຕະການສ້າງວຽກເຮັດງານທຳຢ່າງຄົບຊຸດ, ໂດຍສະເພາະແມ່ນການບຳລຸງສ້າງວິຊາຊີບ, ໜູນຊ່ວຍບ້ວງສິນເຊື່ອ. ຄາດວ່າທັງປີ ຈະສ້າງວຽກເຮັດງານທຳໃຫ້ແກ່ຄົນງານປະມານ 1,54 ລ້ານຄົນ; 3 ປີແມ່ນ 4,6 ລ້ານຄົນ. ອັດຕາຜູ້ວ່າງງານຢູ່ເຂດຕົວເມືອງຍາມໃດກໍ່ຢູ່ໃນລະດັບຕໍ່າກ່ວາ 4%, ປະຈຸບັນແມ່ນ 3,48%. ນະໂຍບາຍເງິນເດືອນໄດ້ຮັບການປ່ຽນໃໝ່ເທື່ອລະກ້າວຕາມຫຼັກການການຕະຫຼາດ. ອັດຕາຄອບຄົວທຸກຍາກຫຼຸດລົງແຕ່ 14,2% ໃນທ້າຍປີ 2010 ລົງເຫຼືອພຽງ 9,6% ໃນທ້າຍປີ 2012 ແລະ ຄາດວ່າຍັງເຫຼືອ 7,8% ໃນທ້າຍປີ 2013”.
ຕາມທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລ້ວ, ສະຫຼຸບຄືນການປະຕິບັດແຜນການປີ 2013, ໃນ 15 ຄາດໝາຍເຊິ່ງສະພາແຫ່ງຊາດຮັບຮອງເອົາ, ມີ 11 ຄາດໝາຍຄາດວ່າບັນດລຸໄດ້ ແລະ ລື່ນກ່າຍແຜນການ, 2 ຄາດໝາຍເກືອບບັນລຸໄດ້, 2 ຄາດໝາຍບໍ່ບັນລຸໄດ້. ໝາກຜົນດັ່ງກ່າວແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງທັງລະບົບການເມືອງ, ຂອງທົ່ວປວງຊົນ, ທົ່ວກອງທັບ ໃນສະພາບທີ່ເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ແຕ່ວ່າ, ທ່ານນາຍົກລັດຖະມົນຕີກໍ່ຍ້ອມຮັບວ່າ, ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ແຕ່ຍັງບໍ່ທັນໝັ້ນຄົງ. ການຜະລິດ ດຳເນີນທຸລະກິດຍັງປະສົບກັບຄວາມຫຍຸງຍາກຫຼາຍຢ່າງ. ການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບການເຕີບໂຕຍັງຊັກຊ້າເມື່ອທຽບໃສ່ຄວາມຕ້ອງການ. ວຽກງານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍບໍ່ທັນບັນລຸໄດ້ຕາມຄວາມຕ້ອງການທີ່ໄດ້ວາງອອກແມ່ນສະກັດກັ້ນ, ຍູ້ໃຫ້ຖອຍໄປເທື່ອລະກ້າວ. ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ປີ 2014 – 2015 ຫວຽດນາມ ສູ້ຊົນບັນລຸໄດ້ລະດັບເຕີບໂຕເສດຖະກິດສະເລ່ຍປະມານ 6%/ປີ. GDP ໄລ່ຕາມຫົວຄົນແມ່ນ 2.200 – 2.300 USD/ຄົນ ໃນປີ 2015. ດັດຊະນີລາຄາໃຊ້ສອຍເພີ່ມຂຶ້ນປະມານ 7%. ອັດຕາຄອບຄົວທຸກຍາກຫຼຸດລົງປະທານ 1,5 – 2%/ປີ. ເພື່ອປະຕິບັດໃຫ້ໄດ້ບັນດາຄາດໝາຍດັ່ງກ່າວ, ລັດຖະບານໄດ້ວາງອອກ 9 ມາດຕະການຕົ້ນຕໍ່. ກ່ຽວກັບດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ.
“ຢືດໝັ້ນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້. ສືບຕໍ່ປະຕິບັດນະໂຍບາຍເງິນຕາຢ່າງມີໄຫວພິບ, ນະໂຍບາຍງົບປະມານຢ່າງແຫນ້ນແຟ້ນ. ການບໍລິຫານອັດຕາດອກເບ້ຍເໝາະສົມກັບຈຸດໝາຍຄວບຄຸມໄພເງິນເຟີ້. ເພີ່ມເຫລືອຫນີ້ສິນເຊື່ອໃຫ້ເໝາະສົມ ແລະ ຮັບປະກັນຄຸນນະພາບສິນເຊື່ອ. ບໍລິຫານອັດຕາແລກປ່ຽນເງິນຕາ, ຕະຫລາດເງິນຕາຕ່າງປະເທດ, ຕະຫລາດຄຳຢ່າງມີປະສິດທິຜົນ, ຮັບປະກັນຄ່າເງິນດົ່ງຂອງຫວຽດນາມ. ຍູ້ແຮງການສົ່ງອອກ, ຄວບຄຸມການນຳເຂົ້າສິນຄ້າ. ເພີ່ມການສະສົມເງິນຕາຕ່າງປະເທດ, ຕະຫລາດຫລັກຊັບ. ສະເຫນີ ສະພາແຫ່ງຊາດພິຈາລະນາຮັບຮູ້ລະດັບຈ່າຍງົບປະມານແຫ່ງລັດເກີນດຸນປີ 2013-2014 ແມ່ນ 5,3% GDP ,ນັບແຕ່ປີ 2015 ຈະດັດປັບໃຫ້ຄ່ອຍໆຫລຸດລົງ.”
ໃນການພັດທະນາເສດຖະກິດ, ລັດຖະບານຍູ້ແຮງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຍູ້ແຮງການປະຕິບັດແຜນຮ່າງສັງລວມສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ບັນດາແຜນກຳນົດ ແລະ ແຜນຮ່າງໂຄງປະກອບຂະແຫນງ, ຂົງເຂດ ຄືນໃຫມ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈງວ່າ:
“ກ່ຽວກັບການສ້າງໂຄງປະກອບການລົງທຶນຄືນໃຫມ່,ຈຸດສຸມແມ່ນລົງທຶນພາກລັດ, ສຸມໃສ່ດ້ານທຶນຮອນໃຫ້ແກ່ບັນດາກິດຈະກຳຈຸດສຸມ, ມີຄວາມຈຳເປັນ, ທຶນສົມທົບ ODA, ທຶນເພື່ອບຸກເບີກຫນ້າພຽງ ແລະ ທຶນເຂົ້າຮ່ວມບັນດາໂຄງການຮ່ວມມືພາກລັດ- ເອກະຊົນ (PPP). ເພິ່ມເງິນລົງທຶນໃຫ້ແກ່ກະສິກຳ, ກໍ່ສ້າງຊົນນະບົດໃຫມ່, ສາທາລະນະສຸກ, ການສຶກສາ ແລະ ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ສືບຕໍ່ສ້າງໂຄງປະກອບບັນດາອົງການສິນເຊື່ອຮອບດ້ານ, ເປັນຕົ້ນແມ່ນບັນດາທະນາຄານການຄ້າຫຸ້ນສ່ວນທີ່ອ່ອນດ້ອຍ. ສືບຕໍ່ສ້າງໂຄງປະກອບບັນດາກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ແຫ່ງລັດຕາມແຜນຮ່າງທີ່ຮັບການອະນຸມັດ. ຍູ້ແຮງການສ້າງໂຄງປະກອບບັນດາຂະແຫນງການອຸດສາຫະກຳຄືນໃຫມ່ ຕາມທິດຫັນຈາກການຜະລິດປຸງແຕ່ງໄປສູ່ການຜະລິດ ແລະ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງ.”
ຄຽງຄູ່ກັນນັ້ນ ແມ່ນການປະຕິບັດ 3 ຂອດບຸກທະລຸຢ່າງມີປະສິດທິຜົນ ນັ້ນແມ່ນ ຍຸດທະສາດກ່ຽວກັບການປະຕິຮູບລະບອບ, ພັດທະນາແຫລ່ງຊັບພະຍາກອນມະນຸດ, ກໍ່ສ້າງລະບົບພື້ນຖານໂຄງລ່າງ, ຍູ້ແຮງການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມອຶດຫິວທຸກຍາກແບບຍືນຍົງ, ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ປະຕິບັດການປະຢັດ, ຕ້ານການຟຸມເຟືອຍ.
ກ່ຽວກັບການພົວພັນຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສືບຕໍ່ເປັນເຈົ້າການ, ຕັ້ງຫນ້າ ຍູ້ແຮງວຽກງານການພົວພັນຕ່າງປະເທດຢ່າງຮອບດ້ານ, ປະຕິບັດມະຕິຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ, ເຮັດໃຫ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຢ່າງເລິກເຊິ່ງກວ່າ, ເປັນຕົ້ນກັບບັນດາປະເທດເພື່ອນບ້ານໃກ້ຄຽງ, ບັນດາປະເທດອາຊຽນ, ບັນດາປະເທດເພື່ອນມິດ ແລະ ປະເທດໃຫຍ່.
ມ້ວນທ້າຍບົດປາໄສ, ທ່ານນາຍົກລັດຖະມົນຕີ ຢືນຢັນ: ຫນ້າທີ່ວາງອອກແມ່ນຫນັກຫນ່ວງທີ່ສຸດ. ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກ, ທົວພັກ, ທົ່ວປວງຊົນ,ທົ່ວກອງທັບ, ນັບທັງລະບົບການເມືອງຕ້ອງພອ້ມກັນຮ່ວມແຮງຮ່ວມໃຈ, ຕັດສິນໃຈເຮັດສຳເລັດແຜນການປີ 2014, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການປະຕິບັດແຜນການ 5 ປີ 2011-2015.