(vovworld)- ແຕ່ດົນນານມາແລ້ວ, ຮືງອຽນ ແມ່ນທ້ອງຖິ່ນທີ່ມີຊື່ສຽງດ້ວຍ ໝາກລຳໄຍທີ່ແຊບນົວ, ຊື່ງແມ່ນປະເພດໝາກໄມ້ເຄີຍຖະຫວາຍໃຫ້ເຈົ້າຊີວິດ. ເຖິງຢ່າງໃດກໍຕາມ ເພື່ອຮັກສາແນວພັນໝາກລຳໄຍອັນລຳ້ຄ່າ ຮັບປະກັນຄຸນນະພາບໃຫ້ສະມັດຕະພາບສູງ ບໍ່ແມ່ນເລື່ອງງ່າຍ. ໃນເກືອບ 10 ປີຜ່ານມາ, ບັນດາຕົ້ນໝາກລຳໄຍຂອງຄອບຄົວລຸງ ຫງວຽນວັນແກງ ຢູ່ ບ້ານ ກີມດັງ ຕາແສງ ລາມເຊີນ ນະຄອນ ຮືງອຽນ ລ້ວນແຕ່ໃຫ້ໝາກເປັນປະຈຳ, ນຳມາເຊິ່ງລາຍຮັບສູງ, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງປະຊາຊົນສ້າງຄວາມຮັ່ງມີຈາກຕົ້ນລຳໄຍ.
ໝາກລຳໄຍຢູ່ ຮືງອຽນ
ພາບ:sachtuoingon.vn |
ເມື່ອມາຢ້ຽມຢາມຮືງອຽນໃນຕົ້ນເດືອນ 7, ໄປຮອດບ່ອນໃດກໍເຫັນວ່າຕົ້ນລຳໄຍໃຫ້ໝາກດົກ ແລະ ປະຊາຊົນຢູ່ທີ່ນີ້ພວມກະກຽມເກັບກູ້. ເມື່ອຖືກຖາມກ່ຽວກັບໝາກໄລຍຳຂອງເຂດນີ້, ຊາວ ຮືງອຽນ ຜູ້ໃດກໍມີຄວາມເອກອ້າງທະນົງໃຈ. ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ໝາກລຳໄຍຢູ່ບາງແຫ່ງບໍ່ຄ່ອຍດີ, ພຽງແຕ່ຄອບຄົວໃດມີເຕັກນິກໃນການປູກຝັງ ໝາກລຳໄຍຂອງຄອບຄົວນັ້ນຈຶ່ງຮັບປະກັນຄຸນນະພາບ ແລະ ໃຫ້ສະມັດຕະພາບສູງ. ຄອບຄົວຂອງລຸງ ຫງວຽນວັນແກງ, ຢູ່ບ້ານ ກີມດັງ, ຕາແສງ ລາມເຊີນ ນະຄອນ ຮືງອຽນ ແມ່ນຄອບຄົວຄືແນວນັ້ນ. ລຸງຫງວຽນວັນແກງ ໃຫ້ຮູ້ວ່າ: ປູກຕົ້ນລຳໄຍ ຕ້ອງອົດທົນ ໄລຍະ 5 ປີທຳອິດ ຕົ້ນລຳໄຍບໍ່ໃຫ້ໝາກ. ສະນັ້ນ ລຸງຕ້ອງຊອກຮູ້, ຄົ້ນຄ້ວາ, ໝູນໃຊ້ບັນດາຄວາມຮູ້ໃຫມ່ ເພື່ອຊອກຫາວິທີປູກຕົ້ນລຳໄຍຕາມວິທີຂອງຕົນກໍຄືຕອບສະຫນອງຄວາມຕ້ອງການບໍລິໂພກຂອງປະຊາຊົນ. ເມື່ອແບ່ງປັນບົດຮຽນໃນການບົວລະບັດແນວພັນລຳໄຍຂອງຕົນ, ລຸງ ແກງ ໃຫ້ຮູ້ວ່າ: ເພື່ອໃຫ້ຕົ້ນລຳໄຍໃຫ້ສະມັດຕະພາບສູງຕ້ອງມີການສົມທົບລະຫວ່າງ ບົດຮຽນໃນເມື່ອກ່ອນ ແລະ ເຕັກນິກບົວລະບັດທັນສະໄຫມ ໃຫ້ເໝາະສົມ. ເມື່ອເຫັນວ່າ ອາກາດຮ້າຍແຮງ ຕ້ອງຕິດຕາມຢ່າງລະອຽດ ແລະ ຕ້ອງມີເຕັກນິກບົວລະບັດຕາມລະດູ, ພິເສດ ລຸງສາມາດດັດປັບເພື່ອໃຫ້ລະດູເກັບກູ້ແກ່ຍາວຕື່ມອີກ 4 ເດືອນ. ເມື່ອຕີລາຄາກ່ຽວກັບບົດຮຽນປູກຕົ້ນລຳໄຍຂອງລຸງ ແກງ, ທ່ານ ຫງວຽນວັນເທ ຢູ່ຕາແສງ ເຢີນຕຽນ ເມືອງ ຄວາຍເຈົາ ຊື່ງແມ່ນຜູ້ປູກຕົ້ນລຳໄຍມາແຕ່ດົນນານແລ້ວ ໃຫ້ຮູ້ວ່າ:
“ອ້າຍແກງ ແມ່ນຜູ້ມີຄວາມປະສົບການໃນການປູກຕົ້ນລຳໄຍ, ມີເຕັກນີກດີ. ຫລາຍປີມານີ້ ຮູບແບບຂອງຄອບຄົວອ້າຍແກງ ໄດ້ສ້າງລາຍຮັບສູງໃຫ້ແກ່ຄອບຄົວ. ນີ້ແມ່ນຮູບແບບໃຫມ່, ນຳມາເຊິ່ງປະສິດທິຜົນ ແລະ ມີຫລາຍຄົນມາຮຽນຕາມ. ອ້າຍແກງ ແມ່ນຜູ້ມີຫົວຄິດປະດິດສ້າງ ສະນັ້ນຕົ້ນລຳໄຍຂອງຄອບຄົວອ້າຍໃຫ້ສະມັດຕະພາບສູງ.”
ປູກຕົ້ນລຳໄຍມາເປັນເວລາເກືອບ 20 ປີ, ປະຈຸບັນ ຄອບຄົວອ້າຍ ຫງວຽນວັນແກງ ມີ ເນື້ອທີ່ຕົ້ນລຳໄຍ ປະມານ 2 ເຮັກຕາ. ໃນນັ້ນ 1 ເຮັກຕາ ມີສະມັດຕະພາບປີນີ້ສູງກວ່າປີກອ່ນ. ພິເສດ ປີ 2014 ນີ້, ຕົ້ນລຳໄຍ ເກືອບ 300 ຕົ້ນຂອງຄອບຄົວລຸງ ຫງວຽນວັນແກງ ຈະໃຫ້ໝາກເກືອບ 20 ໂຕນ ແລະ ສ້າງລາຍຮັບມາໄດ້ກວ່າ 500 ລ້ານດົງ. ໃນລະດູເກັບກູ້, ລຸງ ຫງວຽນວັນແກງ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຄົນງານນັບສິບຄົນ, ນຳລາຍຮັບມາໃຫ້ເຂົາເຈົ້າ ແຕ່ 150.000-200.000/ມື້. ຮູບແບບປູກຕົ້ນລຳໄຍຂອງຄອບຄົວລຸງ ຫງວຽນວັນແກງ ຍັງແມ່ນຮູບແບບທົດລອງ ຊື່ງບັນດາສະມາຊິກໃນສະມາຄົມຊາວກະສິກອນທັງຢູ່ພາຍໃນ ແລະ ນອກແຂວງ ມາຮຳ່ຮຽນຕາມ. ທ່ານ ຫງວຽນຕວນຫວຽດ, ສະມາຊິກສະມາຄົມຊາວກະສິກອນ ແຂວງ ຮືງອຽນ ໃຫ້ຮູ້ວ່າ:
“ຄອບຄົວອ້າຍ ຫງວຽນວັນແກງ ແມ່ນຫນຶ່ງໃນບັນດາຄອບຄົວຊາວກະສິກອນຜະລິດ, ດຳເນີນທຸລະກິດເກັ່ງຂອງແຂວງ ຮືງອຽນ. ອ້າຍ ຫງວຽນວັນແກງ ຕັ້ງຫນ້າເຂົ້າຮ່ວມການອະນຸລັກຮັກສາແນວພັນລຳໄຍອັນລຳ້ຄ່າຂອງແຂວງ ພ້ອມທັງຊ່ວຍເຫລືອບັນດາຄອບຄົວຊາວກະສິກອນໃນແຂວງ ປູກຕົ້ນລຳໄຍໃຫ້ສະມັດຕະພາບສູງ. ຈາກຄອບຄົວຫນຶ່ງທີ່ທຸກຍາກ ພາຍຫລັງຫລາຍປີແຫ່ງການຜະລິດດຳເນີນທຸລະກິດ, ຄອບຄົວອ້າຍ ຫງວຽນວັນແກງ ບືນຕົວຂຶ້ນກາຍເປັນຄອບຄົວຮ່ັງມີ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງທ້ອງຖິ່ນ.”
![]() ນາງງາມ ຫລີຍາກີ ຢ້ຽມຢາມ ຮືງອຽນ
ພາບ:giaitri.vn |
ດ້ວຍຄວາມມານະພະຍາຍາມໃນການໝູນໃຊ້ວິທະຍາສາດເຕັກນີກເຂົ້າໃນການປູກຕົ້ນລຳໄຍ, ລຸງ ຫງວຽນວັນແກງ ກາຍເປັນຊາວກະສິກອນຜະລິດເກັ່ງຂອງແຂວງ ຮືງອຽນ ແລະ ໄດ້ຮັບຫລາຍລາງວັນ. ແຕ່ສຳລັບລຸງແລ້ວ, ຄວາມເບິກບານມ່ວນຊື່ນໃຫຍ່ສຸດ ນັ້ນແມ່ນ ສວນຕົ້ນລຳໄຍຂອງລຸງ ເຖິງວ່າຖືກຜົນສະທ້ອນຈາກອາກາດຮ້າຍແຮງແນວໃດກໍຕາມ ແຕ່ຍາມໃດກໍນຳມາເຊິ່ງລາຍຮັບສູງໃຫ້ແກ່ຄອບຄົວ, ປະກອບສ່ວນພັດທະນາເສດຖະກິດຂອງທ້ອງຖິ່ນ, ຄ່ອຍໆສຳເລັດມາດຖານກໍ່ສ້າງຊົນນະບົດໃຫມ່. ບັນດາບົດຮຽນຂອງລຸງ ຫງວຽນວັນແກງໃນການປູກຕົ້ນລຳໄຍພວມ ໄດ້ຮັບການທະວີຄູນຈາກສະມາຄົມຊາວກະສິກອນແຂວງ ຮືງອຽນ ເພື່ອນຳມາເຊິ່ງລາຍຮັບສູງ ໃຫ້ຊາວກະສິກອນຢູ່ ຮືງອຽນ ນັບພັນໆຄອບຄົວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

