ຕອນເຊົ້າວັນທີ 04 ເມສາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກວາງຈິ ໄດ້ເປີດຕົວຊຸດພາບລະບຸຕົວຕົນ ງານບຸນເພື່ອສັນຕິພາບ 2026, ຜ່ານນັ້ນກໍ່ໄດ້ສົ່ງສານກ່ຽວກັບຄວາມຄາດຫວັງສັນຕິພາບ, ຄວາມສາມັກຄີ ແລະ ການພັດທະນາແບບຍືນຍົງໄປເຖິງປະຊາຄົມຢູ່ພາຍໃນ ແລະ ຕ່າງປະເທດ.

ແຂວງ ກວາງຈິ ໄດ້ຈັດງານບຸນເພື່ອສັນຕິພາບ 2026 ນັບແຕ່ເດືອນ ມີນາ ຮອດເດືອນ ທັນວາ 2026 ດ້ວຍການເຄື່ອນໄຫວທີ່ອຸດົມສົນບູນ, ຫຼາກຫຼາຍ. ຈຸດ​​ເດັ່ນຂອງລາຍການຈະໄດ້ຈັດຂຶ້ນໃນເດືອນ ກໍລະກົດ 2026 ຢູ່ເຂດປູຊະນີຍະສະຖານພິເສດ​ 2 ຟາກແມ່ນ້ຳ ຮ່ຽນເລືອງ - ເບັນຫາຍ. ພິເສດ, ໃນຕອນຄ່ຳວັນທີ 26 ກໍລະກົດ, ແຂວງຈະຈັດພິທີໄຕ້ທຽນຕອບບຸນແທນຄຸນຢູ່ບັນດາສຸສານນັກຮົບເສຍສະຫຼະຊີວິດໃນທົ່ວບໍລິເວນແຂວງ ແລະ ບຸນລອຍກະໂທງຢູ່ແມ່ນ້ຳ ແທັກຮ້ານ.

ດ້ວຍຫົວຂໍ້ ຈາກຄວາມຊົງໄປສູ່ອະນາຄົດ - ກວາງຈິ ເພື່ອສັນຕິພາບ”, ງານບຸນບໍ່ພຽງແຕ່ແມ່ນໂອກາດເພື່ອຈາລຶກເທົ່ານັ້ນ, າກຍັງປະກອບສ່ວນສຶກສາມູນເຊື້ອຮັກສາດໃຫ້ແກ່ລຸ້ນໜຸ່ມ, ແຜ່ກະຈາຍສານສັນຕິພາບໄປເຖິງເພື່ອນມິດສາກົນອີກດ້ວຍ.