ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ສືບຕໍ່ເພີ່ມຂຶ້ນ ເມື່ອບັນດາຄວາມມານະພະຍາຍາມດ້ານການທູດເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງ ຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ, ໃນສະພາບການປະທະກັນໃນຕົວຈິງແມ່ນເພີ່ມຂຶ້ນ ແລະ 2 ຝ່າຍໄດ້ຮັບຮູ້ຄວາມເສຍຫາຍທາງການທະຫານເພີ່ມຂຶ້ນຕື່ມອີກ. ຕາມສຳນັກຂ່າວສານ Fars, ອີຣານ ໄດ້ປະຕິເສດຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 48 ຊົ່ວໂມງ ໂດຍ ອາເມລິກາ ຍົກອອກກມາ. ຂໍ້ສະເໜີດັ່ງກ່າວໂດຍ ວໍຊິງຕັນ ສົ່ງເຖິງ ເຕເຮຣານ ຜ່ານປະເທດ “ເປັນມິດ” ໜຶ່ງ ໃນວັນທີ 02 ເມສາ. ເຖິງຢ່າງໃດກໍ່ຕາມ, ແທນທີ່ມີປະຕິກິລິຍາຕອບກັບຢ່າງເປັນທາງການ, ອີຣານ ໄດ້ສະແດງຫຼັກໝັ້ນດ້ວຍເລື່ອງສືບຕໍ່ດຳເນີນບັນດາການເຄື່ອນໄຫວດ້ານການທະຫານ. ມີການຕີລາຄາຈຳນວນໜຶ່ງໄດ້ຖືວ່າ ຂໍ້ສະເໜີຢຸດຍິງໄດ້ຍົກອອກມາໃນສະພາບວິກິດການຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ອາເມລິກາ ພວມປະເຊີນໜ້າກັບບັນດາບັນຫາຮ້າຍແຮງຍ້ອນ “ການຄິດໄລ່ທີ່ຜິດພາດ” ກ່ຽວກັບກຳລັງຄວາມສາມາດດ້ານການທະຫານຂອງ ອີຣານ.
ອີຣານ ປະຕິເສດຂໍ້ສະເໜີຢຸດຍິງ 48 ຊົ່ວໂມງຈາກ ອາເມລິກາ
[VOVWORLD] - ເຖິງຢ່າງໃດກໍ່ຕາມ, ແທນທີ່ມີປະຕິກິລິຍາຕອບກັບຢ່າງເປັນທາງການ, ອີຣານ ໄດ້ສະແດງຫຼັກໝັ້ນດ້ວຍເລື່ອງສືບຕໍ່ດຳເນີນບັນດາການເຄື່ອນໄຫວດ້ານການທະຫານ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
