ຕາມຕົວເລກຂອງກົມສະຖິຕິ (ກະຊວງການເງິນ ຫວຽດນາມ) ທີ່ປະກາດໃນຕອນເຊົ້າວັນທີ 04 ເມສາ, ຍອດຜະລິດຕະພັນພາຍໃນປະເທດ​ (GDP) ໃນໄຕມາດທີ 1 ປີ 2026 ໄດ້ເພີ່ມຶ້ນ 7,83% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025. ນີ້ແມ່ນໝາກຜົນທີ່ດີໃນສະພາບເສດຖະກິດໂລກ ແລະ ພາກພື້ນມີການເໜັງຕີງຫຼາຍຢ່າງ.

ໃນ 3 ເດືອນຕົ້ນປີ, ຂົງເຂດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຮັກສາທ່າເຕີບໂຕ​, ເພີ່ມຂຶ້ນ 3,36%, 3,22% ແລະ 4,51% າມລຳດັບເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025. ການຜະລິດອຸດສາຫະກຳໄຕມາດທີ 1 2026, ໃນນັ້ນຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດແມ່ນກຳລັງໜູນເຕີບໂຕຂອງທົ່ວພື້ນຖານເສດຖະກິດ ດ້ວຍອັດຕາເຕີບໂຕ 9,73%. ແຂກທ່ອງທ່ຽວມາ ຫວຽດນາມ ໃນ 3 ເດືອນຕົ້ນປີບັນລຸ 6,76 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025 ແລະ ແມ່ນອັດຕາສູງສຸດໃນໄຕມາດທີ 1 ຂອງຫຼາຍປີກ່ອນມາຮອດປະຈຸບັນ.

ໄຕມາດທີ 1, ໃນຂົງເຂດດຶງດູດເງິນລົງທຶໂດຍກົງຈາກຕ່າງປະເທດ (FDI) ໄລ່ຮອດວັນທີ 31 ມີນາ 2026 ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ົດທະຽນລົງທຶນຢູ່ ຫວຽດນາມ ບັນລຸ 15,2 ຕື້ USD. ທ່ານປະລິນຍາເອກ ເລຢຸຍບິ່ງ, ນັກຊ່ຽວຊານດ້ານເສດຖະກິດ ໄດ້ຍົກອອກມາດຕະການແກ້ໄຂຈຳນວນໜຶ່ງເພື່ອສືບຕໍ່ຮັກສາທ່າເຕີບໂຕ.

ໃນສະເພາະໜ້າ, ພວກເຮົາຕ້ອງສຸມໃສ່ບັນດາມາດຕະການເພື່ອຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ຫວັງວ່າ, ການປະທະກັນຢູ່ ຕາເວັນອອກກາງ ກໍ່ຈະຫຼຸດລົງ ແລະ ການຟື້ນຟູຂອງພື້ນຖານເສດຖະກິດ​​ໃຫຍ່ຈຳນວນໜຶ່ງຈະໜູນຊ່ວຍໃຫແກ່ການສົ່ງອອກຂອງ ຫວຽດນາມ. ການເຄື່ອນໄຫວລົງທຶນສາທາລະນະໄດ້ຮັບການຍູ້ແຮງ, ພວກເຮົາຫວັງວ່າ ຈະນຳແຫຼ່ງທຶນເຂົ້າພື້ນຖານເສດຖະກິດຢ່າງວ່ອງໄວ ແລະ ມີສິດທິຜົນກວ່າ”.