ວັນ​ທີ 3 ເມ​ສາ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ສະ​ເໜີ​ການ​ຫຼຸດ 10% ລາຍ​ຈ່າຍຂອງບ້ວງ​ເງິນໃດ​ໜຶ່ງທີ່ຢູ່ນອກບ້ວງ​ເງິນ​ດ້ານ​ປ້ອງ​ກັນ​ຊາດ ​ໃນ​ປີ​ການ​ເງິນ 2027, ພ້ອມ​ທັງ​ເພີ່ມ​ລາຍ​ຈ່າຍ​ໃຫ້​ແກ່​ການ​ປ້ອງ​ກັນ​ຊາດຂຶ້ນ​ຕື່ມ​ອີກ 500 ຕື້ USD, ນຳ​ຍອດ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ຊາດ​ຂຶ້ນເປັນ​ປະ​ມານ 1.500 ຕື້ USD.

ການ​ກະ​ທຳ​ນີ້​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ ​ອາ​ເມ​ລິ​ກາ ສືບ​ຕໍ່​ບັ້ນ​ການ​ທະ​ຫານ​ເລັ່ງ​ໃສ່ ​ອີ​ຣານ ແລະ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກຳ​ລັງກົດ​ດັນ​ດ້ານ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ລາ​ຄາ​ພະ​ລັງ​ງານ​ທີ່ເພີ່ມ​ຂຶ້ນ​ສູງ. ຕາມ​ຂໍ້​ສະ​ເໜີ​ແລ້ວ, ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ຊາດ​ຈະ​ເພີ່ມ​ຂຶ້ນຫຼາຍ​ພໍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ກັບ​ລະ​ດັບປະ​ມານ 1.000 ຕື້ USD ຂອງ​ປີ 2026, ລວມ​ມີ​ ການ​ເພີ່ມ​ເງິນ​ເດືອນໃຫ້​ແກ່​ນາຍ​ທະ​ຫານ​ທີ່​ພວມ​ເຂົ້າ​ຮ່ວມ​ການປະ​ທະ​ກັນ 5 – 7%.

ໃນຂະນະນັ້ນ, ທຳນຽບຂາວໄດ້ສະເໜີການຫຼຸດລາຍຈ່າຍດ້ານພົນລະເຮືອນລົງຢ່າງແຮງ. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ການ​ສະ​ເໜີ​ງົບ​ປະ​ມານ​ບໍ່​ເຕື້ອງ​ເຖິງ​ບ້ວງ​ລາຍ​ຈ່າຍພາກ​ບັງ​ຄັບ​ໃຫຍ່​ຄື ໂຄງ​ການ​ສະ​ຫວັດ​ດີ​ການ​ສັງ​ຄົມ ຫຼື​ໂຄງ​ການ​ປະ​ກັນ​ສຸ​ຂະ​ພາບ Medicare ສຳລັບ​ຜູ້​ອາ​ຍຸ​ສູງ, ເຊິ່ງ​ໄດ້​ຮັບ​ຖື​ວ່າ​ເປັນເລື່ອງລະອຽດອ່ອນທາງ​ດ້ານ​ການ​ເມືອງ ແລະ ຍາກ​ທີ່​ຈະຫຼຸດລົງ​ໄດ້.