ວັນທີ 3 ເມສາ, ອີຣານ ເພີ່ມບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟ ແລະ ວັຖຸບິນບໍ່ມີຄົນຂັບ (UAV) ເລັ່ງໃສ່ ອິດສະລາແອັນ ແລະ ຫຼາຍປະເທດເຂດອ່າວ, ໃນສະພາບການທີ່ ອາເມລິກາ ອອກ​​ກ່າວເຕືອນທີ່ແຂງກະດ້າງກ່ຽວກັບຄວາມອາດ​ສາ​ມາດ​ເປີດກວ້າງ​ບັ້ນ​ການ​ທະ​ຫານ. ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​ວ່າ ກຳ​ລັງ​ ອາ​ເມ​ລິ​ກາ ​ຍັງ​ບໍ່​ທັນໄດ້ເລີ່ມ​ຕົ້ນ​ທຳ​ລາຍ​ສິ່ງ​ທີ່​ຍັງ​ເຫຼືອຂອງ ​ອີ​ຣານ ເທື່ອ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ບັນ​ດາ​ເປົ້າ​ໝາຍ​ຕໍ່​ໄປ​ອາດ​ຈະລວມ​ມີ ​ຂົວ ແລະ ລະ​ບົບ​ໄຟ​ຟ້າ. ໃນ​ສື່​ສັງ​ຄົມ​ອອນ​ໄລ Truth Social, ທ່ານ​ຊີ້​ແຈ້ງວ່າ ບັນ​ດາແຮ້ວບຸກ​ໂຈມ​ຕີໃນ​ໄລ​ຍ​ະ​ຈະ​ມາ​ເຖິງ ​ອາດ​ຈະ​ເລັ່ງ​ໃສ່​ບັນ​ດາ​ພື້ນ​ຖານໂຄງລ່າງທີ່​ສຳ​ຄັນ​ຂອງ​ ອີ​ຣານ .

ໃນພູມີສາດຕົວຈິງ, ກອງທັບ ອິດສະລາແອັນ ໃຫ້ຮູ້ວ່າ ໄດ້ພົບເຫັນບັ້ນຍິງລູກສອນໄຟໜຶ່ງຈາກ ອີຣານ ເລັ່ງເຂົ້າໃສ່ດິນແດນປະເທດ​ນີ້ ແລະ ໄດ້​ເປີດ​ບັນ​ດາ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ເພື່ອ​ສະ​ກັດ​ກັ້ນ. ສ່ວນຫຼາຍ​ເປົ້າ​ໝາຍ​ນີ້​ຖືກທຳ​ລາຍ, ເຖິງ​ຢ່າງ​ໃດ​ກໍ​ຕາມ​ລູກ​ສອນ​ໄຟ​ຈຳ​ນວນ​ໜຶ່ງ​ຍັງສ້າງຜົນ​ເສຍ​ຫາຍ​ຕໍ່​ເຮືອນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ພື້ນ​ຖານ​ໂຄງ​ລ່າງ, ໃນ​ນັ້ນ​ມີ​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ໜຶ່ງ​ຢູ່ Tel Aviv.