(vovworld) - ພາຍຫຼັງກວ່າ 2 ປີ ແຫ່ງການຜັນຂະຫຍາຍການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ມາຮອດປະຈຸບັນ, ຕາແສງ ຊວນຮຶງ, ເມືອງ ຊວນໂລກ, ແຂວງ ດົ່ງນາຍ ສາມາດບັນລຸໄດ້ 5/19 ມາດຖານແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ອາດເວົ້າໄດ້ວ່າ, ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ຊວນຮຶງ ໄດ້ກ້າວເຂົ້າສູ່ແນວຄິດ, ວິທີທຳມາຫາກິນຂອງປະຊາຊົນ, ພະນັກງານແຕ່ລະຄົນ, ພິເສດແມ່ນປະຊາຄົມຊາວເຜົ່າຈຳ ພາກສ່ວນໜຶ່ງຢູ່ທີ່ນີ້. ການຮ່ວມແຮງຮ່ວມໃຈຂອງຊາວທ້ອງຖີ່ນ ພ້ອມກັບອຳນາດການປົກຄອງທຸກຂັ້ນໃນການປະຕິບັດບັນດາມາດຖານກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໄດ້ປະກອບສ່ວນປ່ຽນໃໝ່ໂສມໜ້າຂອງແຕ່ລະໝູ່ບ້ານໃນຕາແສງ ຊວນຮືງ.

(ພາບປະກອບ)
ຊາວເຜົ່າ ຈຳ, ຕາແສງ ຊວນຮຶງ ດຳລົງຊີວິດຕົ້ນຕໍ່ຢູ່ ບ້ານ 4, ດ້ວຍພົນລະເມືອງກວ່າ 2000 ຄົນ ໃນ 400 ຄອບຄົວ. ເມື່ອມາຢ້ຽມຢາມປະຊາຊົນເຜົ່າຈຳ ຢູ່ບ້ານ 4 ຕາແສງ ຊວນຮຶງ, ພວກເຮົາສາມາດເຫັນໄດ້ໂສມໜ້າໃໝ່ຢູ່ທີ່ນີ້. ກ່ອນນີ້, ໃນລະດູຝົນ, ບັນດາເສັ້ນທາງພາເຂົ້າບ້ານລ້ວນແຕ່ຖືກນ້ຳຖ້ວມ. ໃນ 9 ເດືອນຕົ້ນປີ 2012, ຕາແສງຊວນຮຶງ ໄດ້ກໍ່ສ້າງທາງຄົມມະນາຄົມຊົນນະບົດ 11 ສາຍ ດ້ວຍຄວາມຍາວທັງໝົດ 4.520 ແມັດ. ສະເພາະບ້ານ 4 ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ທາງ 7 ສາຍ, ລວມຄວາມຍາວກວ່າ 2.400 ແມັດ, ດ້ວຍຍອດຈຳນວນເງິນເກືອບ 3 ຕື້ດົ່ງ, ໃນນັ້ນປະຊາຊົນປະກອບ 400 ລ້ານດົ່ງ. ທ່ານ Noru Din, ເຈົ້າບ້ານ 4, ຕາແສງຊວນຮຶງ, ເມືອງຊວນໂລກ, ແຂວງ ດົ່ງນາຍ, ເວົ້າດ້ວຍຄວາມພາກພູມໃຈວ່າ:
“ເວົ້າລວມແລ້ວປະຊາຊົນໃນບ້ານພາກພູມໃຈຫຼາຍ, ຍ້ອນມີທາງໄປມາຢ່າງສະອາດ, ສວຍງາມ, ບໍ່ຖືກນ້ຳຖ້ວມໃນຍາມຝົນຕົກອີກ, ລູກຫຼານໄປຮຽນ, ແລະ ປະຊາຊົນໄປມາຫາກິນຢ່າງສະດວກສະບາຍ”.
ພ້ອມກັບການໜູນຊ່ວຍຂອງກຳລັງກອງທັບໃນບໍລິເວັນຕາແສງ, ຄະນະຊາວໜຸ່ມ, ບັນດາອົງການຈັດຕັ້ງມະຫາຊົນຢູ່ທ້ອງຖີ່ນ, ຊາວເຜົ່າຈຳຢູ່ບ້ານ 4 ໄດ້ອອກແຮງຂຸດຄອງເໝືອງລະບາຍນ້ຳ, ກໍ່ສ້າງທາງ, ເຮັດອະນາໄມ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດຳເນີນຊີວິດ ແລະ ການໄປມາຂອງປະຊາຊົນໃນຍາມຝົນຕົກ. ມາຮອດປະຈຸບັນ, ຊາວຈຳຢູ່ທີ່ນີ້ ໄດ້ມີລະບົບນ້ຳສະອາດຮັບໃຊ້ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນແລ້ວ. ສະເພາະປີ 2012, ອຳນາດການປົກຄອງຢູ່ທີ່ນີ້ໄດ້ລົງທຶນກໍ່ສ້າງວິດຖ່າຍໃຫ້ 70 ຄອບຄົວທີ່ທຸກຍາກ. ເອື້ອຍ Mari Yam, ຊາວຈຳໃນບ້ານ 4 ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອຈາກພັກ ແລະ ລັດ, ເຊິ່ງໄດ້ລົງທຶນກໍ່ສ້າງທາງເບຕົງ, ທາງປູຢາງ, ໄຟຟ້າ, ນ້ຳສະອາດ, ວິດຖ່າຍ ໃຫ້ແກ່ປະຊາຊົນ.”

(ພາບປະກອບ)
ດ້ວຍທິດນຳທີ່ວ່າ, ລັດ ແລະ ປະຊາຊົນພ້ອມກັນເຮັດ, ພາຍໃນເວລາອັນສັ້ນໆເທົ່ານັ້ນ, ແຕ່ທາງຊົນນະບົດຫຼາຍສາຍໃນຕາແສງ ຊວງຮຶງ ໄດ້ຮັບການກໍ່ສ້າງດ້ວຍເບຕົງສຳເລັດ, ອັນໄດ້ສ້າງເງື່ອນໄຂສະດວກໃຫ້ປະຊາຊົນໃນເຂດໄປມາ, ຂົນສົ່ງສິນຄ້າ. ເຖິງຢ່າງໃດກໍ່ຕາມ, ບັນຫາທົ່ວສັງຄົມເຂົ້າຮ່ວມການກໍ່ສ້າງທາງຄົມມະນາຄົມໃນເຂດຊົນນະບົດຢູ່ທີ່ນີ້ຍັງຄົງຈຳກັດຢູ່. ທ່ານ ຫງວຽນຫວຽດຮ່ວາງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຊວນຮຶງ, ເມືອງ ຊວນໂລກ, ແຂວງດົ່ງນາຍ, ໃຫ້ຮູ້ວ່າ:
“ພວກເຮົາພວມສືບຕໍ່ຂົນຂວາຍປະຊາຊົນປະກອບເງິນເພື່ອກໍ່ສ້າງທາງຢູ່ເຂດຊົນນະບົດ. ສະເພາະການປະກອບແຮງງານ, ປະຊາຊົນປະຕິບັດຢ່າງຕັ້ງໜ້າ. ສ່ວນການປະກອບເງິນພັດຈຳກັດຢູ່, ຊາວເຜົ່າຢູ່ທີ່ນີ້ຍັງຫຍຸ້ງຍາກຫຼາຍ”.
ພາຍຫຼັງເກືອບ 3 ປີ ແຫ່ງການຜັນຂະຫຍາຍການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ມາຮອດປະຈຸບັນ, ຕາແສງ ຊວນຮຶງ, ເມືອງ ຊວນໂລກ, ແຂວງດົ່ງນາຍ, ສາມາດບັນລຸໄດ້ 5/19 ມາດຖານແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ນອກຈາກຄາດໝາຍຂອງໂຄງການກໍ່ສ້າງຊົນນະບົດໃໝ່, ໃນໄລຍະຜ່ານມາ, ຊາວເຜົ່າຈຳຢູ່ຕາແສງ ຊວນຮຶງ ຍັງໄດ້ຮັບຄວາມເອົາໃຈໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ຕອບສະໜອງຄວາມຕ້ອງການໃນຊີວິດການເປັນຢູ່ຂອງປະຊາຊົນ. ຊ່ວຍໃຫ້ປະຊາຊົນຊາວເຜົ່າມີຊີວິດເປັນປົກກະຕິ, ຍົກສູງລາຍຮັບ. ເຖິງຢ່າງໃດກໍ່ຕາມ, ການຜະລິດຂອງປະຊາຊົນເຜົ່າຈຳຍັງຢູ່ໃນຂະໜາດນ້ອຍ, ຂາດທີ່ດິນ ແລະ ທຶນ, ການຜະລິດຍັງມີລັກສະນະກຸ້ມຕົນເອງ, ການນຳໃຊ້ວິທະຍາສາດເຂົ້າໃນການຜະລິດຍັງຈຳກັດຢູ່. ທ່ານນາງ ຫງວຽນທິກາດຕຽນ, ຮອງປະທານເມືອງ ຊວນໂລກ, ແຂວງ ດົ່ງນາຍ, ໃຫ້ຮູ້ວ່າ:
“ໃນຂົງເຂດກໍ່ສ້າງ, ພວກຂ້າພະເຈົ້າສຸມໃສ່ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຄືທາງຄົມມະນາຄົມໃນເຂດຊົນນະບົດ ແລະ ຍູ້ແຮງການປະກອບສ່ວນຂອງປະຊາຊົນ. ທີສອງແມ່ນຕິດຕັ້ງສາຍໄຟຟ້າ, ນອກຈາກນຳໄຟຟ້າມາສູ່ແຕ່ລະຄອບຄົວແລ້ວ, ພວກເຮົາຍັງຜັນຂະຫຍາຍການຕິດຕັ້ງໄຟຟ້າຢູ່ບັນດາທົ່ງນາຜະລິດແບບລວມສູນອີກດ້ວຍ, ເພື່ອສ້າງເງື່ອນໄຂສະດວກ ແລະ ຫຼຸດຜ່ອນຄ່າສົ້ນເຂົ້າໃຫ້ແກ່ພໍ່ແມ່ປະຊາຊົນ. ນອກນັ້ນພວກຂ້າພະເຈົ້າຍັງສະເໜີໃຫ້ແຂວງກໍ່ສ້າງບັນດາອ່າງເກັບນ້ຳຄືອ່າງ ຢາເມີນ, ຢາລາວ ອີກ, ເພື່ອຮັບປະກັບແຫຼ່ງນ້ຳໃຫ້ແກ່ການຜະລິດໃນບໍລິເວນ”

(ພາບປະກອບ)
ປະຈຸບັນ, ຕາແສງຊວນຮຶງ ພວມສູ້ຊົນຮອດປີ 2014 ຈະກາຍເປັນຕາແສງຊົນນະບົດໃໝ່. ຫວັງວ່າ, ດ້ວຍຈິດໜຶ່ງໃຈດຽວຂອງປະຊາຊົນ, ພ້ອມກັບການຊ່ວຍເຫຼືອຂອງອຳນາດການປົກຄອງທຸກຂັ້ນ, ຊີວິດກໍ່ຄືໂສມໜ້າຢູ່ບ້ານຊົນເຜົ່າຈຳ ຕາແສງ ຊວນຮຶງ, ເມືອງ ຊວນໂລກ, ແຂວງ ດົ່ງນາຍ, ນັບມື້ນັບມີການປ່ຽນໃໝ່ ແລະ ພັດທະນາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
