(vovworld) – ໃນວິວັດແຫ່ງການກໍ່ສ້າງຊົນນະບົດໃໝ່, ແຂວງຈ່າວິງ ໄດ້ເລືອກເຟັ້ນຕາແສງ ໝີລອງນາມ (My Long Nam), ເມືອງ ເກົ່າງາງ ເປັນຕາແສງປະຕິບັດທົດລອງ, ຫຼັງຈາກນັ້ນກໍ່ຜັນຂະຫຍາຍຮູບແບບກໍ່ສ້າງຊົນນະບົດໃໝ່ເຖິງ 17 ຕາແສງອື່ນໆໃນແຂວງ. ມາຮອດປະຈຸບັນ, ພ້ອມກັບຕາແສງ ໝີລອງນາມ ເຊິ່ງແມ່ນຕາແສງບັນລຸໄດ້ 19 ມາດຖານກໍ່ສ້າງຊົນນະບົດໃໝ່ໂດຍພື້ນຖານນັ້ນ, 17 ຕາແສງນີ້ກໍ່ປະຕິບັດສຳເລັດບັນດາມາດຖານກໍ່ສ້າງຊົນນະບົດໃໝ່ເກືອບທັງໝົດ, ປະກອບສ່ວນປ່ຽນໃໝ່ໂສມໜ້າເຂດຊົນນະບົດຈ່າວິງ.

ສ້າງວຽກເຮັດງານທຳໃຫ້ຄົນງານຢູ່ຈ່າວິງ
(ພາບ: ອິນເຕີແນດ)
ການກໍ່ສ້າງ ແລະ ປັບປຸງລະບົບຄົມມະນາຄົມຊົນນະບົດ ແມ່ນຜົນງານທີ່ພົ້ນເດັ່ນ ພາຍຫຼັງ 2 ປີແຫ່ງການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ໝີລອງນາມ. ບັນດາເຂດຊຸມຊົນ ແລະ ໝູ່ບ້ານຕ່າງໆໃນຕາແສງນີ້ໄດ້ຮັບການເຊື່ອມຕໍ່ກັນດ້ວຍທາງຄົມມະນາຄົມ. ຍ້ອນເຫດນັ້ນ, ການແລກປ່ຽນສິນຄ້າ, ດຳເນີນທຸລະກິດ, ການຄ້າຈຶ່ງມີຄວາມສະດວກສະບາຍກວ່າ ແລະ ຊີວິດຂອງປະຊາຊົນຢູ່ ໝີລອງນາມ ຈຶ່ງໄດ້ຮັບການປັບປຸງໃຫ້ດີຂຶ້ນ. ເອື້ອຍ ກຽນທິເທຍຣີ, ຢູ່ບ້ານ 5, ຕາແສງ ໝີລອງນາມ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຮັດອາຊີບຄ້າຂາຍກ່ອນນີ້ກວ່າ 10 ປີແລ້ວ, ກ່ອນນີ້, ທາງຄົມມະນາຄົມປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ປະຈຸບັນເມື່ອມີທາງຄົມມະນາຄົມແລ້ວ, ການຂົນສົ່ງສິນຄ້າກໍ່ສະດວກສະບາຍ ແລະ ການຊື້ຂາຍສິນຄ້າກໍ່ໄວກວ່າ”.

ປະຊາຊົນຮ່ວມແຮງຮ່ວມໃຈກໍ່ສ້າງທາງ
(ພາບ: ອິນເຕີແນດ)
ຄະນະຊີ້ນຳການກໍ່ສ້າງຊົນນະບົດໃໝ່ຢູ່ຈ່າວິງ ໃຫ້ຮູ້ວ່າ, ທາງແຂວງໄດ້ລົງທຶນກວ່າ 1.400 ຕື້ດົ່ງຈາກແຫຼ່ງທຶນຕ່າງໆເພື່ອກໍ່ສ້າງບັນດາກິດຈະກຳຄົມມະນາຄົມຊົນນະບົດ. ແຕ່ປະຊາຊົນໄດ້ປະກອບທຶນປະມານ 40 ຕື້ດົ່ງໃຫ້ແກ່ຈຸດໝາຍນີ້. ສະເພາະຢູ່ຕາແສງ ໝີລອງນາມ ປະຊາຊົນໄດ້ສະຫງວນທີ່ດິນກວ່າ 1.6 ແຮກຕາ ເພື່ອກໍ່ສ້າງກຳຈະກຳຊົນລະປະທານ, ທາງຄົມມະນາຄົມໃນບ້ານ… ດ້ວຍມູນຄ່າກວ່າ 1.8 ຕື້ດົ່ງ. ຄູບາ ແທກຊາແທງ, ອະທິການວັດ Prom ຢູ່ຕາແສງ ເຈົາດ່ຽນ ແມ່ນຜູ້ທີ່ມີຄວາມຕັ້ງໜ້າໃນການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງ ເກົ່າແກ່. ນັບແຕ່ປີ 2012, ໄດ້ຂົນຂວາຍບັນດາຜູ້ໃຈບຸນ ພ້ອມກັບປະຊາຊົນໃນຕາແສງກໍ່ສ້າງຂົວໄດ້ 3 ແຫ່ງ. ເມື່ອເວົ້າເຖິງຂົວແຫ່ງທີ່ຫາກໍ່ເປີດສະຫຼອງ ແລະ ນຳເຂົ້າໃຊ້ການນັ້ນ, ຄູບາໃຫ້ຮູ້ວ່າ:
“ຄ່າກໍ່ສ້າງຂົວແຫ່ງນີ້ແມ່ນປະມານ 416 ລ້ານດົ່ງ. ຊາວນະຄອນ ໂຮ່ຈີມິນສະໜັບສະໜູນ 250 ລ້ານດົ່ງ, ສ່ວນຍັງເຫຼືອໂດຍປະຊາຊົນທ້ອງຖີ່ນປະກອບ. ເວລາກໍ່ສ້າງຂົວແມ່ນ 78 ວັນ. ຖ້າຄິດໄລ່ຄ່າແຮງງານຂອງປະຊາຊົນອີກ, ຂົວແຫ່ງນີ້ມີມູນຄ່າປະມານ 416 ລ້ານດົ່ງ“.

ຂົວໄດ້ຮັບການກໍ່ສ້າງຂຶ້ນໂດຍມີການປະກອບສ່ວນຂອງປະຊາຊົນຈ່າວິງ
(ພາບ: ອິນເຕີແນດ)
ໂດຍແມ່ນແຂວງທີ່ເຮັດວຽກງານກະສີກຳເປັນຕົ້ນ, ດັ່ງນັ້ນໃນວິວັດແຫ່ງການກໍ່ສ້າງຊົນນະບົດໃໝ່, ຈ່າວິງ ໄດ້ເອົາໃຈໃສ່ເປັນພິເສດເຖິງບັນຫາລະບົບຊົນລະປະທານຢູ່ເຂດທົ່ງນາ, ໂຄງປະກອບການຜະລິດກະສີກຳ, ບັນດາມາດຕະການຍົກສູງຄຸນນະພາບຜະລິດຕະພັນໃຫ້ມີກຳລັງແກ່ງແຍ້ງໃນຕະຫຼາດຢ່າງພຽງພໍ ແລະ ການຈຳໜ່າຍຜະລິດຕະພັນໃຫ້ແກ່ຊາວກະສີກອນ. ອ້າຍ ແທກເຊືອງ, ສະມາຊິກ ສະຫະກອນປູກຜັກສະອາດຢູ່ຕາແສງ ຮ່ວາເລີ້ຍ, ເມືອງເຈົາແທ່ງ, ໃຫ້ຮູ້ວ່າ: ເມື່ອເຂົ້າຮ່ວມສະຫະກອນ, ບັນດາສະມາຊິກບໍ່ຕ້ອງເປັນຫ່ວງຕໍ່ສົ້ນອອກ ແລະ ສົ້ນເຂົ້າຂອງຜະລິດຕະພັນອີກ, ໜ້າທີ່ຂອງສະມາຊິກ ແມ່ນບົວລະບັດຜັກໃຫ້ຖືກກັບເຕັກນິກ, ດັ່ງນັ້ນຄຸນນະພາບຜັກຈຶ່ງໄດ້ຮັບການຍົກສູງຂຶ້ນ ແລະ ລາຄາກໍ່ສູງກວ່າ. ອ້າຍແທກເຊືອງ, ກ່າວວ່າ:
“ຂ້າພະເຈົ້າໄດ້ເຂົ້າຮ່ວມຊຸດອົບຮົບຫຼາຍຊຸດ ກໍ່ຄືເຂົ້າຮ່ວມກອງປະຊຸມສຳມະນາຕ່າງໆ, ດັ່ງນັ້ນຂ້າພະເຈົ້າຈຶ່ງກຳໄດ້ເຕັກນິກຜະລິດໃໝ່, ໃຫ້ສະມັດຕະພາບສູງກວ່າ ແລະ ຄຸນນະພາບດີ, ອັນໄດ້ຮັບປະກັນລາຄາ ແລະ ຍົກສູງຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ“.

ປະຊາຊົນຈ່າວິງປູກຜັກສະອາດ
(ພາບ: ອິນເຕີແນດ)
ດ້ວຍທິດທາງ ແລະ ວິທີເຮັດຄືດັ່ງກ່າວ, ໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ຈ່າວິງ ໄດ້ບັນລຸໝາກຜົນຢ່າງຈົບງາມ. ທ່ານ ບູ່ຍແທງເລິມ, ຫົວໜ້າສາຂາພັດທະນາຊົນນະບົດແຂວງຈ່າວິງ, ໃຫ້ຮູ້ວ່າ:
“ຈ່າວິງ ມີ 85 ຕາແສງ, ສູ້ຊົນຮອດປີ 2015 ທົ່ວແຂວງຈະມີ 20% ຈຳນວນຕາແສງປະຕິບັດສຳເລັດໂຄງການກໍ່ສ້າງຊົນນະບົດໃໝ່ຕາມການຊີ້ນຳຂອງສູນກາງ. ມີສອງຕາແສງ: ແມ່ນຕາແສງລອງດຶກ, ນະຄອນຈ່າວິງ ບັນລຸໄດ້ 15/19 ມາດຖານ, ຕາແສງ ຟູ໋ເກິນ, ເມືອງຕຽນເກິ່ນ ບັນລຸໄດ້ 16/19 ມາດຖານ. ຮອດທ້າຍປີ, 2 ຕາແສງນີ້ພະຍາຍາມບັນລຸໃຫ້ໄດ້ 19/19 ມາດຖານ“.

ກໍ່ສ້າງລະບົບຊົນລະປະທານຮັບໃຊ້ໃຫ້ແກ່ວຽກງານກະສີກຳ
(ພາບ: ອິນເຕີແນດ)
ຄວາມຈິງແຫ່ງການກໍ່ສ້າງຊົນນະບົດໃໝ່ຢູ່ບັນດາຕາແສງປະຕິບັດທົດລອງຂອງຈ່າວິງ ໄດ້ພິສູດໃຫ້ເຫັນລັກສະນະຖືກຕ້ອງ, ເໝາະສົມກັບຈິດໃຈຂອງປະຊາຊົນ ໃນແຜນນະໂຍບາຍກໍ່ສ້າງຊົນນະບົດໃໝ່ ແລະ ສິ່ງສຳຄັນກວ່ານັ້ນແມ່ນ ໃນວິວັດແຫ່ງການຜັນຂະຫຍາຍ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ບັນດາອົງການຈັດຕັ້ງມະຫາຊົນ ໄດ້ມີບັນດາມາດຕະການທີ່ມີໄຫວພິບ, ເໝາະສົມກັບສະພາບຕົວຈິງຂອງທ້ອງຖີ່ນ. ດ້ານອື່ນ, ທ້ອງຖີ່ນໄດ້ຮູ້ລະດົມທຸກແຫຼ່ງກຳລັງ ຮ່ວມແຮງຮ່ວມໃຈກໍ່ສ້າງບ້ານເກີດເມືອງນອນ. ສຳລັບຈ່າວິງ, ຈຳນວນເງິນ 40 ຕື້ດົ່ງ ໂດຍປະຊາຊົນປະກອບນັ້ນ, ໄດ້ເປັນການພິສູດຢ່າງມີຊີວິດຊີວາ ກ່ຽວກັບການເສີມຂະຫຍາຍກຳລັງພາຍໃນຂອງປະຊາຊົນ ເພື່ອປະຕິບັດສຳເລັດຈຸດໝາຍກໍ່ສ້າງຊົນນະບົດໃໝ່.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
