(vovworld) – ພ້ອມກັບໜ້າທີ່ອົບຮົມເຝິກແອບ, ກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕເຂດຊາຍແດນຢ່າງໝັ້ນຄົງນັ້ນ. ດ້ວຍຄວາມຮັບຜິດຊອບ ແລະ ອາລົມຈິດອັນສະໜິດສະໜົມຂອງຕົນ, ພະນັກງານ, ນັກຮົບປ້ອງກັນຊາຍແດນແຂວງນາມດິ້ງ ພວມເຂົ້າຮ່ວມຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“ ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.

ທະຫານຊ່ວຍເຫຼືອປະຊາຊົນເກັບກ່ຽວເຂົ້າ
(ພາບ: ອິນເຕີແນດ)
ພວກຂ້າພະເຈົ້າໄປຍັງເມືອງຢາວຖູຍ, ແຂວງນາມດິ້ງ, ໃນຂະນະທີ່ປ້ອມປ້ອງກັນຊາຍແດນ ບາຫຼາດ ພວມພ້ອມກັບປະຊາຊົນໃນເມືອງກໍ່ສ້າງທາງຄົມມະນາຄົມ, ບຸລະນະຄອງເໝືອງ. ພົນທະຫານຊັ້ນໜຶ່ງ ຫງວຽນຮືວວັນ, ປ້ອມປ້ອງກັນຊາຍແດນ ບາຫຼາດ, ໃຫ້ຮູ້ວ່າ ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ພ້ອມກັບພໍ່ແມ່ປະຊາຊົນນັ້ນ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງອ້າຍ ແລະ ເພື່ອນຮ່ວມກົມກອງ. ຕາມອ້າຍແລ້ວ, ທະຫານບໍ່ພຽງແຕ່ແມ່ນກຳລັງສູ້ຮົບເທົ່ານັ້ນ, ຫາກຍັງແມ່ນກຳລັງປະຕິບັດວຽກງານ, ກຽມພ້ອມຊ່ວຍເຫຼືອປະຊາຊົນໃນວຽກງານຕ່າງໆອີກດ້ວຍ, ພິເສດແມ່ນບັນດາວຽກງານທີ່ມີຄວາມໝາຍຄື: “ໂຄງການກໍ່ສ້າງຊົນນະບົດໃໝ່“ ພົນທະຫານຊັ້ນໜຶ່ງ ຫງວຽນຮືວວັນ, ແບ່ງປັນວ່າ:
“ນອກຈາກໜ້າທີ່ຕົ້ນຕໍ່ແມ່ນສູ້ຮົບແລ້ວ, ພວກຂ້າພະເຈົ້າຍັງປະກອບສ່ວນ ຊ່ວຍເຫຼືອປະຊາຊົນທຳການຜະລິດ ເພື່ອຮັກສາຊີວິດຂອງປະຊາຊົນໃນທ້ອງຖີ່ນໃຫ້ເປັນປົກກະຕິ. ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ໄດ້ມີການພົວພັນຢ່າງແໜ້ນແຟ້ນກັບປະຊາຊົນ ແລະ ພ້ອມກັບປະຊາຊົນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ພັດທະນາເສດຖະກິດ - ສັງຄົມໃນທ້ອງຖີ່ນ“.

ທະຫານແນະນຳໃຫ້ປະຊາຊົນວິທີປູກຝັງທີ່ມີປະສິດທິຜົນ
(ພາບ: ອິນເຕີແນດ)ເພື່ອເຮັດໃຫ້ວຽກງານສົມທົບກັນ, ຊ່ວຍເຫຼືອປະຊາຊົນມີປະສິດທິຜົນ, ຄະນະບັນຊາການປ້ອມປ້ອງກັນຊາຍແດນບາຫຼາດ ໄດ້ພ້ອມກັບຄະນະກຳມະການປະຊາຊົນ 4 ຕາແສງໃນບໍລິເວນຕັ້ງທັບຄື: ຢາວອານ, ຢາວຊວນ, ຢາວຫຼາກ, ຢາວທ້ຽນ, ດຳເນີນການສຳຫຼວດກ່ຽວກັບການປະຕິບັດ 19 ມາດຖານກໍ່ສ້າງຊົນນະບົດໃໝ່. ໃນນັ້ນມາດຖານຮັບປະກັນຄວາມສະຫົງບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ການກໍ່ສ້າງບັນດາກິດຈະກຳຊົນລະປະທານ - ຂູດຄອງເໝືອງ ລ້ວນແຕ່ໄດ້ຮັບການຊ່ວຍເຫຼືອຢ່າງມີປະສິດທິຜົນຈາກພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ. ຄະນະຊາວໜຸ່ມຂອງປ້ອມປ້ອງກັນຊາຍແດນ ກໍ່ໄດ້ມີການສົບທົບກັນຢ່າງແໜ້ນແຟ້ນກັບຄະນະຊາວໜຸ່ມບັນດາຕາແສງດັ່ງກ່າວເປັນປະຈຳ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນໃນວຽກງານກະສີກຳ. ເມື່ອເວົ້າເຖິງການຮ່ວມແຮງຮ່ວມໃຈຂອງພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນບາຫຼາດ, ປ້າ ຫງວຽນທິເສົ໋າ, ປະຊາຊົນໃນຕາແສງຢາວຫຼາກ, ເມືອງຢາວຖູຍ, ແຂວງນາມດິ້ງ, ໃຫ້ຮູ້ວ່າ:
“ການສົມທົບລະຫວ່າງປ້ອມປ້ອງກັນຊາຍແດນບາຫຼາດ ກັບທ້ອງຖີ່ນແມ່ນມີປະສິດທິຜົນທີ່ສຸດ. ຕົວຢ່າງຄື: ພະນັກງານນັກຮົບໃນປ້ອມປ້ອງກັນຊາຍແດນ ໄດ້ພ້ອມກັບບັນດາອົງການຈັດຕັ້ງມະຫາຊົນຢູ່ທ້ອງຖີ່ນໂຄສະນາກ່ຽວກັບການຕ້ານໄພເສບຢາເສບຕິດ, ໄພສັງຄົມໃນທ້ອງຖີ່ນ ພ້ອມທັງຊ່ວຍຊາວກະສີກອນສ້າງແຜນການກໍ່ສ້າງຊົນນະບົດໃໝ່ອີກດ້ວຍ“.

ທະຫານລົງແຕ່ລະຄອບຄົວເພື່ອຂົນຂວາຍປະຊາຊົນເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່
(ພາບ: ອິນເຕີແນດ)ທ່ານ ຫງວຽນວັນຄ໋ວຽນ, ເລຂາຄະນະພັກຕາແສງຊວນຢາວ, ໃຫ້ຮູ້ວ່າ ໃນຈຳນວນມາດຖານກ່ຽວກັບການກໍ່ສ້າງຊົນນະບົດໃໝ່ເຊິ່ງຕາແສງບັນລຸໄດ້ນັ້ນ ແມ່ນມີການປະກອບກຳລັງເຫື່ອແຮງຢ່າງໃຫຍ່ຫຼວງຂອງພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນບາຫຼາດ. ທ່ານເວົ້າວ່າ:
“ເມື່ອພວກຂ້າພະເຈົ້າປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ ແມ່ນໄດ້ຮັບການໂຄສະນາແຜນນະໂຍບາຍຂອງພັກ ແລະ ລັດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຈາກພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນໃນທ້ອງຖີ່ນ. ພິເສດ, ໃນຕາແສງພວກຂ້າພະເຈົ້າ, ຜູ້ເຊື່ອຖືສາສະໜາຄິດກວມ 29% ຈຳນວນພົນລະເມືອງໃນຕາແສງ. ພະນັກງານນັກຮົບປ້ອງກັນຊາຍແດນ ໄດ້ພ້ອມກັບພວກຂ້າພະເຈົ້າເຮັດວຽກງານຂົນຂວາຍປະຊາຊົນ, ພິເສດແມ່ນຊາວຄິດເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ເປັນຢ່າງດີ“.

ທະຫານຊ່ວຍເຫຼືອປະຊາຊົນກໍ່ສ້າງທາງໃນຕາແສງ
(ພາບ: ອິນເຕີແນດ)ດ້ວຍຄວາມຮັບຜິດຊອບ ແລະ ອາລົມຈິດຂອງນັກຮົບ. ໃນໄລຍະຜ່ານມາ, ທະຫານປ້ອງກັນຊາຍແດນແຂວງນາມດິ້ງ ໄດ້ຕັ້ງໜ້າພ້ອມກັບອຳນາດການປົກຄອງ ແລະ ປະຊາຊົນທ້ອງຖີ່ນສູ້ຊົນປະຕິບັດບັນດາມາດຖານຂອງໂຄງການໃຫ້ສຳເລັດໂດຍໄວ. ພ້ອມກັບການຮ່ວມແຮງຮ່ວມໃຈປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່. ພະນັກງານ, ນັກຮົບປ້ອງກັນຊາຍແດນແຂວງນາມດິ້ງ ຍັງລົງທຶນກໍ່ສ້າງ ສະຖານີບຳບັດນ້ຳສະອາດ 3 ແຫ່ງ ທີ່ມີມູນຄ່າ 8 ຕື້ດົ່ງ ເພື່ອຊ່ວຍປະຊາຊົນໃນເຂດນ້ຳເຄັມມີນ້ຳສະອາດນຳໃຊ້. ພິເສດ, ປະຈຸບັນ, ທະຫານປ້ອງກັນຊາຍແດນແຂວງນາມດິ້ງ ພວມຜັນຂະຫຍາຍການກໍ່ສ້າງເຂດລີ້ໄພໃຫ້ກຳ່ປັ່ນ, ເຮືອແພ ເມື່ອປະສົບພາຍຸ. ທ່ານພັນເອກ ເລວັນເວີ່ຍ, ເລຂາຄະນະພັກການເມືອງ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງນາມດິ້ງ, ໃຫ້ຮູ້ວ່າ:
“ນັບແຕ່ມີແຜນນະໂຍບາຍກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງນາມດິ້ງ ໄດ້ມີແຜນນະໂຍບາຍ, ແຜນການຊີ້ນຳໃຫ້ກົມກອງຕ່າງໆເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ ດ້ວຍບັນດາວຽກງານອັນລະອຽດ. ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນທະຫານປ້ອງກັນຊາຍແດນຕັ້ງທັບ, ເພື່ອສ້າງເງື່ອນໄຂສະດວກໃຫ້ປະຊາຊົນທຳການຜະລິດ. ທະຫານປ້ອງກັນຊາຍແດນກໍ່ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງທາງຄົມມະນາຄົມໃນເຂດຊົນນະບົດ, ສົ່ງເສີມການຮຽນ, ຂົນຂວາຍປະຊາຊົນຫັນປ່ຽນຜົນລະປູກ ແລະ ສັດລ້ຽງ, ສ້າງຕັ້ງສະມາຄົມຊ່ວຍເຫຼືອກັນພັດທະນາເສດຖະກິດ ແລະ ວັດທະນະທຳຢູ່ທ້ອງຖີ່ນ“.

ທະຫານຊ່ວຍເຫຼືອປະຊາຊົນກໍ່ສ້າງເຮືອນ
ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງພະນັກງານ, ນັກຮົບປ້ອງກັນຊາຍແດນແຂວງນາມດິ້ງ ໃນການກໍ່ສ້າງຊົນນະບົດໃໝ່ນັ້ນ, ຍິ່ງເຮັດໃຫ້ການພົວພັນລະຫວ່າງກຳລັງປະກອບອາວຸດ ແລະ ປະຊາຊົນມີຄວາມສະໜິດສະໜົມກວ່າອີກ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ເພື່ອເຮັດໃຫ້ “ໂຄງການກໍ່ສ້າງຊົນນະບົດໃໝ່“ ປະສົບຜົນສຳເລັດ ແມ່ນຈຳເປັນຕ້ອງໄດ້ຮັບການຮ່ວມແຮງຮ່ວມໃຈ, ການຊ່ວຍເຫຼືອຂອງທຸກຂັ້ນ, ທຸກຂະແໜງການ ແລະ ທົ່ວສັງຄົມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
