ຖະແຫຼງການຮ່ວມຮຽກຮ້ອງໃຫ້ລັດຖະບານ ອິດສະຣາແອັນ ປະຕິບັດບັນດາພັນທະທີ່ຖືກຕ້ອງຕາມກົດໝາຍສາກົນ ແລະ ປົກປ້ອງປະຊາຊົນ ປາແລັດສະຕິນ ຢູ່ບັນດາເຂດດິນແດນທີ່ຖືກຢຶດຄອງ, ພ້ອມທັງເນັ້ນໜັກວ່າ ອຳນາດການປົກຄອງຕ້ອງຮັບປະກັນຄວາມຮັບຜິດຊອບອະພິປາຍ, ສືບສວນຫາຄວາມຮັບຜິດຊອບຂອງບຸກຄົນທີ່ກໍ່ໂທດກຳນັ້ນ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງດ້ວຍວິທີແກ້ໄຂກົກປາຍສາຍເຫດຂອງບັນຫານີ້. ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ຢັ້ງຢືນຄືນຄວາມຄັດຄ້ານສຳລັບທຸກຮູບແບບໂຮມດິນແດນຢູ່ຝລັ່ງຕາເວັນຕົກ, ພ້ອມທັງຮຽກຮ້ອງໃຫ້ ອິດສະຣາແອັນ ປ່ຽນຂໍ້ຕົກລົງສ້າງເຮືອນຢູ່ຫຼັງໃໝ່ຢູ່ໃນເຂດຕັ້ງຖິ່ນຖານ E1 ຢູ່ທາງທິດຕາເວັນອອກ Jerusalem.

ຖະແຫຼງການຮ່ວມຂອງ ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ຍົກອອກມາໃນສະພາບການຄວາມຮຸນແຮງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນເພີ່ມຂຶ້ນຢ່າງແຮງໃນໄລຍະຜ່ານມາ, ດ້ວຍບັນດາການບຸກໂຈມຕີຂອງກອງທັບ ແລະ ຊາວ ອິດສະຣາແອັນ ມາຕັ້ງຖິ່ນຖານ ທີ່ໄດ້ເລັ່ງໃສ່ຊາວ ປາແລັດສະຕິນ. (ມິງໂງ - ນັກຂ່າວ VOV ປະຈຳ ອີຢິບ)