ກອງປ​ະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 06 ເມ​ສາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທີ່ ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ວາ​ລະ​ໄຂ​ມີ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ; ທ່ານ ເລື​ອງ​ເກື່ອງ, ປະ​ທານ​ປະ​ເທດ; ທ່ານ ຟ້າມ​ມິນ​ຈິງ, ນາ​ຍົກ​ລັດ​ຖະ​ມົນ​ຕີ; ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ; ຜູ້​ຕາງ​ໜ້າ​ບັນ​ດາ​ຄະ​ນະ​ຄະ​ນະ​​ທູ​ຕາ​ນຸ​ທູດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ພ້ອມ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ຈຳ​ນວນ 500 ທ່ານ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ຊີ້​ແຈ້ງວ່​າ ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2026 2031 ຜ່ານ​ມາ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​. ໝາກ​ຜົນ​ການ​ເລືອກ​ຕັ້ງ​ສືບ​ຕໍ່​ຢືນ​ຢັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ, ລັດ.

ເມື່ອ​ເຕື້ອງ​ເຖິງ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງກອ​ງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ໃຫ້​ຮູ້​ວ່າ:

“ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ຕົກ​ລົງ​ສ້າງ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ກົງ​ຈັກ​ລັດ. ນີ້​ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ຂອງກອງ​ປະ​ຊຸມ, ມີ​ຄວາມ​ໝາຍ​ສຳ​ຄັນ, ສັດ​ສິນ​ໂດຍ​ກົງ​ເຖ​ິງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ລັດ​ໃນ​ທັງ​ອາ​ຍຸ​ການ. ສະ​ພາ​ແຫ່ງ​ຊາດ​ໄດ້​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ກົດ​ໝາຍ 8 ສະ​ບັບ ແລະ ມະ​ຕິ​ກຳ​ນົດ​ກົດ​ໝາຍ 1 ສະ​ບັບ, ສະ​ຕິ​ກ່ຽວ​ກັບ​ໂຄງ​ການ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2027, ມະ​ຕິ​ກ່ຽວ​ກັບ​ການ​ຕິດ​ຕາມ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ມະ​ຕິ​ລວມ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16”.

ຕໍ່​ຈາກນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ຕໍ່​​ໜ້າສະ​ພາ​ແຫ່ງ​ຊາດ, ປະ​ຊາ​ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ທ່ານ​ເນັ້​ນ​ໜັກ​ວ່າ ນີ້​ແມ່ນກອງ​ປະ​ຊຸມ​ບູ​ລະ​ນະ​ການ​ຈັດ​ຕັ້ງ​ກົງ​ຈັກ​ລັດຕາມ​ລັດ​ຖະ​ທຳ​ມະ​ນູນ; ພ້ອມ​ກັນ​ນັ້ນ ກອງ​ປະ​ຊຸມກໍ່​ສຸມ​ໃສ່​ຫັນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເປັນ​ລະ​ບອບ​ລະ​ບຽບ​ການ; ສ້າງ​ພື້ນ​ຖານ​ນິ​ຕິ​ກຳ, ລະ​ບອບ ແລະ ກຳ​ລັງ​ໜູນ​ນະ​ໂຍ​ບາຍ ເພື່ອ​ໃຫ້​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່.

ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 06 ເມ​ສາ, ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ ຈະ​ພິ​ຈາ​ລະ​ນາ, ຕົກ​ລົງ​ວຽກ​ງານ​ຈັດ​ຕັ້ງ​ກົງ​ຈັກ, ບຸກ​ຄະ​ລາ​ກອນ; ຮ່າງ​ກົດ​ໝາຍ 8 ສະ​ບັບ, ມະ​ຕິ​ກຳ​ນົດ​ກົດ​ໝາຍ 1 ສະ​ບັບ… ຄາດ​ວ່າ, ເວ​ລາ​ເຮັດ​ວຽກ​ຂອງກອ​ງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແມ່ນ​ປະ​ມານ 11 ວັນ.