ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ພ້ອມດ້ວຍຄະນະຜູ້ແທນຂອງສອງຝ່າຍ, ໃນການພົບປະຢູ່ສະໂມສອນ Mar-a-Lago, Palm Beach, Florida, ອາເມລິກາ (ພາບ: REUTERS/Jonathan Ernst)

ວັນທີ 30 ທັນວາ, ໃນການພົບປະຢູ່ເຂດພັກຜ່ອນຕາກອາກາດ Mar – a – Lago, ລັດ Florida (ອາເມລິກາ), ວັນທີ 30 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີຕັ້ງກຳນົດເວລາ 2 ເດືອນເພື່ອໃຫ້ຂະບວນການ ອິດສະລາມ ຮາມາດສ ດຳເນີນການປົດອາວຸດ.

ໃນການພົບປະ, ການນຳສອງທ່ານກໍເຫັນດີເປັນເອກະພາບບັນດາມາດຕະການຕົວຈິງ ເພື່ອແນໃສ່ກຳນົດລະດັບການປົດອາວຸດ, ໃນນັ້ນ ມີການທຳລາຍເຄືອຂ່າຍເສັ້ນທາງອຸມົງທີ່ມີຂອບຂະໜາດໃຫຍ່ ຢູ່ໃຕ້ດິນເຂດ ກາຊາ, ເຊິ່ງເຄີຍໄດ້ຮັບຖືວ່າແມ່ນລະບົບຍຸດທະສາດຂອງ ຮາມາດສ ທີ່ຮັບໃຊ້ທັງການເຄື່ອນຍ້າຍ, ປົກປ້ອງ ແລະ ການບຸກໂຈມຕີ.

ຄວາມມານະພະຍາຍາມວາງອອກກຳນົດເວລາປົດອາວຸດ ໄດ້ດຳເນີນໃນສະພາບການປະທະກັນລະຫວ່າງ ອິດສະຣາແອັນ - ຮາມາດສ ແກ່ຍາວ ເຮັດໃຫ້ເຂດ ກາຊາ ຖືກຜົນເສຍຫາຍຢ່າງໜັກໜ່ວງ. ອິດສະຣາແອັນ ຖືການປົດອາວຸດຂອງ ຮາມາດສ ແມ່ນມາດຕະຖານແກ່ນສານເພື່ອບັນລຸໄດ້ຄວາມໝັ້ນຄົງແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງບັນດາບັ້ນບຸກໂຈມຕີຈາກເຂດ ກາຊາ ເຂົ້າດິນແດນ ອິດສະຣາແອັນ.