ທ່ານ Sean Duffy ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ໄດ້ປະກາດກັບບັນດາບໍລິສັດການບິນວ່າ ບັນດາຂໍ້ຈຳກັດໃນການບິນຢູ່ເຂດນານຟ້າ ກາຣີເບ ໝົດຜົນສັກສິດຢ່າງເປັນທາງການໃນຕອນກາງຄືນວັນທີ 3 ມັງກອນ ຕາມເວລາເຂດຕາເວັນອອກ (ກົງກັບເວລາ 12 ໂມງທ່ຽງຂອງວັນທີ 4 ມັງກອນຕາມເວລາ ຫວຽດນາມ). ບໍລິສັດການບິນ United Airlines ຊີ້ແຈ້ງວ່າຈະຂຸດຄົ້ນບັນດາຖ້ຽວບິນເກືອບທັງໝົດຕາມຕາຕະລາງ ໄປຍັງເຂດນີ້ໃນວັນທີ 4 ມັງກອນ. ບໍລິສັດການບິນ Delta Air Lines ກໍ່ຄາດຄະເນຈະປະຕິບັດຕາຕະລາງບິນປົກກະຕິຢູ່ເຂດ ກາຣີເບ ໃນວັນທີ 4 ມັງກອນ. ບໍລິສັດການບິນ American Airlines ເປີດປະຕູເຂດນານຟ້າທາງທິດ ຕາເວັນອອກ ກາຣີເບ ໃນຈຸດເວລາດຽວກັນ ແລະ ເພີ່ມບ່ອນນັ່ງ ໄປກັບເຂດນີ້ກ່ວາ 3.700 ບ່ອນນັ່ງ. ແລະ ບໍລິສັດການບິນ Spirit Airlines ໃຫ້ຮູ້ວ່າໄດ້ເຊື່ອມຕໍ່ບັນດາຖ້ຽວບິນໄປ ກັບຈາກ ກາຣີເບ ໃນວັນທີ 4 ມັງກອນ, ພາຍຫຼັງຄຳສັ່ງປິດປະຕູເຂດນານຟ້າ ຂອງອົງການການບິນ ສະຫະລັດ ອາເມລິກາ (FAA) ໝົດຜົນສັກສິດ.
ອາເມລິກາ ຍົກເລີກບັນດາຂໍ້ຈຳກັດ ຕໍ່ເຂດນານຟ້າ ກາຣີເບ
(VOVWORLD) - ບໍລິສັດການບິນ Spirit Airlines ໃຫ້ຮູ້ວ່າໄດ້ເຊື່ອມຕໍ່ບັນດາຖ້ຽວບິນໄປ ກັບຈາກ ກາຣີເບ ໃນວັນທີ 4 ມັງກອນ, ພາຍຫຼັງຄຳສັ່ງປິດປະຕູເຂດນານຟ້າ ຂອງອົງການການບິນ ສະຫະລັດ ອາເມລິກາ (FAA) ໝົດຜົນສັກສິດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
