ຕອນບ່າຍວັນທີ 3 ມັງກອນ (ຕາມເວລາທ້ອງຖິ່ນ) ຢູ່ Florida, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງການກ່ຽວກັບບັ້ນຮົບການທະຫານຂອງ ອາເມລິກາ ຢູ່ ເວເນຊູເອລາ ແລະ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ພ້ອມດ້ວຍພັນລະຍາ ຖືກຈັບຕົວ ແລະ ປັດຈຸບັນ ພວມສົ່ງໄປຍັງ ນິວຢອກ. ຕາມ ທ່ານ Donald Trump ແລ້ວ, ທ່ານ Maduro ແລະ ພັນລະຍາ ຈະຕ້ອງຂຶ້ນສານຢູ່ດິນແດນ ອາເມລິກາ ກ່ຽວກັບບັນດາຂໍ້ກ່າວຫາທາງອາຍາ.
ປະທານາທິບໍດີ ອາເມລິກາ ກໍຖະແຫຼງວ່າ ອາເມລິກາ ຈະບໍລິຫານປະເທດ ເວເນຊູເອລາ ຈົນຮອດເມື່ອປະຕິບັດວິວັດການມອບ - ຮັບ ເຊິ່ງຕາມ ອາເມລິກາ ຖືວ່າ ປອດໄພ ແລະ ຖືກຕ້ອງ. ຝ່າຍ ອາເມລິກາ ກໍຖະແຫຼງວ່າ, ຈະອະນຸຍາດໃຫ້ບັນດາບໍລິສັດນ້ຳມັນອາຍແກັດຂອງປະເທດນີ້ລົງທຶນເຂົ້າ ເວເນຊູເອລາ ຢ່າງໃຫຍ່ຫຼວງ.
ໃນຂະນະນັ້ນ, ລັດຖະບານ ເວເນຊູເອລາ ກ່າວປະນາມຢ່າງແຮງເລື່ອງ ອາເມລິກາ ດຳເນີນ “ບັ້ນບຸກໂຈມຕີການທະຫານຢ່າງຮ້າຍແຮງ” ແນໃສ່ດິນແດນ ແລະ ປະຊາຊົນປະເທດ, ໂດຍຖືວ່າ ການກະທຳດັ່ງກ່າວລະເມີດກົດບັດ ສປຊ ຢ່າງຮ້າຍແຮງ, ນາບຂູ່ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ. ແຈ້ງການກໍຢັ້ງຢືນເປົ້າໝາຍຂອງການບຸກໂຈມຕີ ແມ່ນການຢຶດເອົາບັນດາຊັບສິນຍຸດທະສາດຂອງ ເວເນຊູເອລາ, ພິເສດແມ່ນນ້ຳມັນ.
ຢູ່ ອາເມລິກາ, ບັນດາບັ້ນແຫ່ຂະບວນປະທ້ວງຄັດຄ້ານ ອາເມລິກາ ປຸກລະດົມບັ້ນຕໍ່ສູ້ເລັ່ງໃສ່ ເວເນຊູເອລາ ໄດ້ເກີດຂຶ້ນຢູ່ຫຼາຍສະຫະລັດ ແລະ ນະຄອນແຫ່ງຕ່າງໆ. ຫຼາຍປະເທດ ກໍໄດ້ຕຳໜິຕິຕຽນການກະທຳຂອງ ວໍຊິງຕັນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
