![]() ກຳ່ປັ່ນ USS Decatur
(ພາບ: Sputniknews)
|
(vovworld) – ວັນທີ 21/10, ທຳນຽບຂາວໄດ້ຖະແຫຼງວ່າການເຄື່ອນໄຫວຫຼ້າສຸດຂອງກອງທັບເຮືອ ອາເມລິກາ ບົນທະເລ ແມ່ນເພື່ອແນໃສ່ຈຸດປະສົງສະແດງສິດເສລີໃນການໄປ - ມາຢູ່ເຂດທະເລສາກົນໂດຍສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ອະນຸຍາດ ແລະ ຈີນ ບໍ່ຄວນຖືນີ້ແມ່ນການກະທຳເກາະຜິດ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Josh Earnest, ໂຄສົກທຳນຽບຂາວ ກໍ່ຢັ້ງຢືນວ່າ: ອາເມລິກາ ບໍ່ແມ່ນຝ່າຍຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ທັດສະນະຂອງ ວໍຊິງຕັນ ນັ້ນແມ່ນການຂັດແຍ້ງກັນຢູ່ທີ່ນີ້ຕ້ອງໄດ້ຮັບການແກ້ໄຂຜ່ານການເຈລະຈາ ຫາກບໍ່ແມ່ນການບັງຄັບ, ນຳໃຊ້ກຳລັງອາວຸດ ຫຼື ການນາບຂູ່.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ທຳນຽບຂາວ ກໍ່ຮັບຮອງວ່າ: ກຳ່ປັ່ນ USS Decatur ຂອງກອງທັບເຮືອ ອາເມລິກາ ໄດ້ເຄື່ອນໄຫວຢູ່ໃກ້ກັບໝູ່ເກາະຮ່ວາງຊາ ແລະ ປະຕິບັດການເຄື່ອນໄຫວນີ້ຢ່າງເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ. ແລະກໍ່ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຈີນ ໄດ້ຄັດຄ້ານໃນທັນທີ ແລະ ຖືວ່າການເຄື່ອນໄຫວລາດຕາເວນຂອງກຳ່ປັ່ນສູ້ຮົບ ອາເມລິກາ ຢູ່ ທະເລຕາເວັນອອກ ແມ່ນຜິດກົດໝາຍ ແລະ ມີລັກສະນະ “ເກາະຜິດ”, ພ້ອມທັງໃຫ້ຮູ້ວ່າ ໄດ້ສະແດງການຄັດຄ້ານຕໍ່ຝ່າຍ ອາເມລິກາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

