(ທີ່ງານມະໂຫງານອາຫານການກິນ, ທ່ອງທ່ຽວ ນິງບິ່ງ ປີ 2025)

ວັນທີ 28 ທັນວາ, ຢູ່ແຂວງ ນິງບິ່ງ, ຄະນະກຳມະການປະຊາຊົນແຂວງ ນິງບິ່ງ ໄດ້ຈັດພິທີໄຂງານມະໂຫງານອາຫານການກິນ, ທ່ອງທ່ຽວ ນິງບິ່ງ ປີ 2025 ດ້ວຍຫົວຂໍ້ “ສິ່ງຍອດຍິ່ງດ້ານອາຫານການກິນເຂດນະຄອນຫຼວງເກົ່າ”. ງານມະໂຫລານໂດຍມີການເຂົ້າຮ່ວມຂອງ 87 ໝູ່ບ້ານອາຊີບ, ສະຫະກອນ ທີ່ມາຈາກ 13 ແຂວງ, ນະຄອນໃນທົ່ວປະເທດ, ນຳເຂົ້າບັນດາສິ່ງຍອດຍິ່ງດ້ານອາຫານການກິນຂອງທັງພາກເໜືອ, ພາກກາງ, ພາກໃຕ້. ທີ່ງານມະໂຫລານໄດ້ຈັດການເຄື່ອນໄຫວຟົດຟື້ນຫຼາຍຢ່າງ, ມີຄວາມໝາຍຢູ່ຫຼາຍທ້ອງຖິ່ນໃນບໍລິເວນແຂວງ ນິງບິ່ງ, ຄື: ງານບຸນເຂົ້າໜົມພື້ນເມືອງທາງພາກເໜືອ, ງານບຸນເຂົ້າປຸ້ນ, ເຟີ ເຊີດຊູບັນດາຜະລິດຕະພັນເຮັດຈາກເຂົ້າສານຢູ່ຕາແສງ ນາມດິ້ງ.

ງານມະໂຫລານແມ່ນໂອກາດເພື່ອເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ອາຫານການກິນທີ່ເປັນເອກກະລັກສະເພາະຂອງ ນິງບິ່ງ, ຜ່ານນັ້ນ ຢືນຢັນວ່າ ອາຫານການກິນບໍ່ພຽງແຕ່ແມ່ນຄວາມຕ້ອງການໃນຊີວິດປະຈຳວັນເທົ່ານັ້ນ, ຫາກຍັງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ຕິດພັນຢ່າງສະໜິດແໜ້ນກັບປະຫວັດສາດ, ການດຳເນີນຊີວິດຊຸມຊົມອີກດ້ວຍ. ງານມະໂຫລານດັ່ງກ່າວຈະອັດລົງໃນວັນທີ 02 ມັງກອນ 2026.