ປະຊາຊົນເມືອງ Iztapalap ມາຊິມອາຫານ ຫວຽດນາມ (ພາບ: TTXVN) |
ບັນດາສະຖານທູດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ປະຈຳ ເມັກຊີໂກ ໄດ້ແນະນຳບັນດາສີສັນທີ່ເປັນເອກະລັກຂອງ ອາຊີຕາເວັນອອກສ່ຽງໃຕ້: ນັບແຕ່ຊຸດອາພອນທີ່ເປັນມູນເຊື້ອ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາເຍື່ອງອາຫານທີ່ມີລົດຊາດເປັນເອກະລັກຄື ແນມຂອງ ຫວຽດນາມ, ພັດໄທ... ໄປຄຽງຄູ່ກັນນັ້ນ, ລາຍການສະແດງສິລະປະຂອງນັກຮຽນ ໂຮງຮຽນປະຖົມ ສາທາລະນະລັດສັງຄົມນະຍົມ ຫວຽດນາມ ໄດ້ນຳເອົາຄວາມຮູ້ສຶກຕື້ນຕັນໃຈ, ຄືດັ່ງຄຳສະບາຍດີທີ່ແສນອົບອຸ່ນຈາກ Iztapalapa ຝາກເຖິງ ອາຊຽນ. ດ້ວຍບົດບາດອັນຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ສວມບົດບາດສຳຄັນໃນຄວາມມານະພະຍາຍາມລວມຂອງ ອາຊຽນ ໃນການເພີ່ມທະວີການຮ່ວມມືກັບບັນດາປະເທດ ອາເມລິກາ ລາຕິງ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງພາກພື້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

