ການມອບ - ຮັບເຄື່ອງຊ່ວຍເຫຼືອ
(ພາບ: SGGPO)

ຕອນບ່າຍວັນທີ 28 ທັນວາ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຮັບງວດສິນຄ້າຊ່ວຍເຫຼືອມະນຸດສະທຳຂອງລັດຖະບານ ໂປໂລຍ, ແນໃສ່ໜູນຊ່ວຍວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢູ່ແຂວງ ດັກລັກ.

ເຂົ້າຮ່ວມການມອບ - ຮັບເຄື່ອງຊ່ວຍເຫຼືອມີຫົວໜ້າກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ); ອັກຄະລັດຖະທູດຜູ້ມີອຳນາດເຕັມ - ສະຖານທູດ ໂປໂລຍ; ອັກຄະລັດຖະທູດທີ່ປຶກສາຄະນະຜູ້ຕາງໜ້າສະຫະພັນ ເອີລົບ (ອີຢູ) ປະຈຳ ຫວຽດນາມ. ເຄື່ອງຊ່ວຍເຫຼືອຂອງລັດຖະບານ ໂປໂລຍ ໃນຄັ້ງນີ້ລວມມີ: ຜ້າຫົ່ມ, ຕູບ ແລະ ເຄື່ອງໃຊ້ທີ່ຈຳເປັນອື່ນໆ. ນີ້ແມ່ນບັນດາສິນຄ້າມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນຕອບສະໜອງຄວາມຕ້ອງການພື້ນຖານໃນການດຳລົງຊີວິດປະຈຳວັນ ແລະ ໜູນຊ່ວຍປະຊາຊົນຢູ່ເຂດຖືກຜົນສະທ້ອນຈາກໄພທຳມະຊາດຂອງແຂວງ ດັກລັກ.