ໂບດແຫ່ງຕ່າງໆຢູ່ເຫວ້ ໄດ້ຮັບການປະດັບປະດາຢ່າງສວຍງາມ ແລະ ອົບອຸ່ນ |
ຮ້ານກາເຟ, ພັດທະຄານ, ໂຮງແຮມ, ສູນການຄ້າຫຼາຍແຫ່ງໄດ້ປະດັບປະດາຢ່າງສວຍງາມ ແລະ ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມ, ຖ່າຍຮູບ, ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບສຸກຂອງວັນບຸນ. ລຸງ ຫວໍວັນທ້ຽນ, ຊາວຄຼິດຢູ່ ທ້ວນຮວ່າ, ນະຄອນ ເຫວ້, ໃຫ້ຮູ້ວ່າ:
“ຕົ້ນເດືອນທັນວາ ແຕ່ລະປີ, ປະຊາຊົນຊາວຄຼິດໄດ້ພົບກັນແລກປ່ຽນກ່ຽວກັບວິທີເຮັດ, ພ້ອມກັນເລ້ຍລາຍເງິນເພື່ອກະກຽມໃຫ້ແກ່ວັນບຸນຄຼິດສະມາດ, ບົນຈິດໃຈມ່ວນຊື່ນ, ເຕົ້າໂຮມ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດ. ນັ້ນແມ່ນຄວາມສາມັກຄີອັນຍິ່ງໃຫຍ່ທີ່ສຸດ ແລະ ໄດ້ຮັບການຮັກສາແຕ່ຫຼາຍສິບປີກ່ອນແລ້ວ”.
ບັນດາເຂດຊາວຄຼິດມອບຂອງຂວັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດວັນບຸນ ຄຼິດສະມາດ |
ວັນບຸນຄຼິດສະມາດຢູ່ນະຄອນ ເຫວ້ ຍິ່ງມີຄວາມອົບອຸ່ນເມື່ອນ້ຳໃຈຮັກແພງໄດ້ຮັບການແຜ່ກະຈາຍ ດ້ວຍບັນດາການກະທຳແບ່ງປັນຢ່າງລະອຽດ. ຫຼາຍເຂດຊາວຄຼິດ, ໂບດ ແລະ ກຸ່ມອາສາສະໝັກຊາວຄຼິດ ໄດ້ຈັດກິດຈະກຳຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຄົນເຈັບ, ຄົນພິການ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


