|
(ພາບ: REUTERS/Dawoud Abu Alkas)
|
ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງໄດ້ມີຜົນສັກສິດ, ບາດເຈັບລົ້ມຕາຍຍ້ອນສົງຄາມຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ. ແຈ້ງການໄດ້ປະກາດໃນວັນທີ 29 ພະຈິກ ຂອງກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນ 2 ປີປາຍເກີດສົງຄາມຢູ່ເຂດ ກາຊາ ໄດ້ຂຶ້ນເຖິງ 70.100 ຄົນ, ສູງກວ່າຫຼາຍເມື່ອທຽບໃສ່ບັນດາການຕີລາຄາ ຂອງວົງການນັກວິໄຈໃນຈຸດເວລາເກີດການປະທະກັນໃນເບື້ອງຕົ້ນເມື່ອເດືອນ ຕຸລາ 2023. ໃນນັ້ນ, ພຽງແຕ່ໃນ 1 ເດືອນຢຸດຍິງຜ່ານມາ, ທົ່ວເຂດ ກາຊາ ຮັບຮູ້ມີຜູ້ເສຍຊີວິດ 354 ຄົນ, ລ້ວນແຕ່ເປັນຜູ້ປະສົບເຄາະຮ້າຍໃນບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ກໍ່ຂຶ້ນ.
ເຖິງຢ່າງໃດກໍຕາມ, ໃນແຈ້ງການບໍ່ໄດ້ເຕື້ອງເຖິງຈຳນວນຜູ້ຖືກບາດເຈັບທັງໝົດ ກໍຄືອັດຕາສາມັນຊົນໃນຈຳນວນຜູ້ບາດເຈັບ ແລະ ເສຍຊີວິດດັ່ງກ່າວ.
ນັກຂ່າວ VOV ປະຈຳ ອີຢິບ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
