ທີ່ພິທີເປີດສະຫຼອງນຳໃຊ້ເຮືອນຢູ່ຫຼັງທຳອິດໃນ “ບັ້ນ ກວາງຈຸງ”(ພາບ: danang.gov.vn)
|
ວັນທີ 24 ທັນວາ, ຢູ່ຕາແສງເຂດພູດອຍ ອາເວືອງ, ຕຳຫຼວດນະຄອນ ດ່ານັ້ງ ໄດ້ຈັດພິທີເປີດສະຫຼອງ ແລະ ມອບ - ຮັບເຮືອນຢູ່ຫຼັງທຳອິດໃນ “ບັ້ນ ກວາງຈຸງ” ໃຫ້ແກ່ຄອບຄົວອ້າຍ ອາລັງ ດິກ, ຢູ່ບ້ານ ອາເຕບ. ເຮືອນຫຼັງນີ້ໄດ້ກໍ່ສ້າງແບບຖາວອນ, ຮັບປະກັນຄວາມປອດໄພ, ເໝາະກັບເຂດພູສູງ ແລະ ເງື່ອນໄຂດິນຟ້າອາກາດທີ່ປ່ຽນແປງຮ້າຍແຮງ.
ກ່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານນາງ ຫງວຽນທິແອັງທີ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ, ບໍ່ພຽງແຕ່ສຳລັບຄອບຄົວຂອງອ້າຍ ອາລັງ ດິກ ເທົ່ານັ້ນ, ຫາກຍັງແມ່ນສິ່ງພິສູດໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ, ກະຊວງຕຳຫຼວດ ແລະ ອຳນາດການປົກຄອງນະຄອນຕໍ່ກັບປະຊາຊົນເຂດທີ່ຖືກຜົນສະທ້ອນຍ້ອນໄພທຳມະຊາດອີກດ້ວຍ.
ເນື່ອງໃນໂອກາດນີ້, ກະຊວງຕຳຫຼວດ ຫວຽດນາມ ໄດ້ໜູນຊ່ວຍເງິນຈຳນວນ 50 ລ້ານດົ່ງໃຫ້ແກ່ເຮືອນແຕ່ລະຫຼັງທີ່ໄດ້ຮັບການກໍ່ສ້າງໃໝ່ ໂດຍກຳລັງຕຳຫຼວດປະຕິບັດການກໍ່ສ້າງໂດຍກົງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

