ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ |
ກອງປະຊຸມດັ່ງກ່າວ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ສິງກະໂປ Chee Wee Kiong ແລະ ຄູ່ຕຳແຫນ່ງ ຈີນ ຫລຽວເຈີນໝີນ ເປັນປະທານ. ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ການຜັນຂະຫຍາຍ DOC ແລະ ວິວັດການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ອາຊຽນ ແລະ ຈີນ ຢ້ຳຄືນຄຳໝັ້ນສັນຍາຂອງການນຳຂັ້ນສູງສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຕີລາຄາສູງໝາກຜົນຜັນຂະຫຍາຍບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດບົນທະເລ, ລະອຽດ ແມ່ນນຳໃຊ້ໂທລະສັບສາຍດ່ວນລະຫວ່າງກະຊວງການຕ່າງປະເທດ ອາຊຽນ ແລະ ຈີນ ກ່ຽວກັບເຫດດ່ວນບົນທະເລ ແລະ ນຳໃຊ້ກົດແຫ່ງການປະພຶດ ຫລີກລ້ຽງບັນດາກໍລະນີເກີດຂຶ້ນໂດຍບັງເອີນບົນທະເລ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ. ກ່ຽວກັບການສ້າງ COC, ບັນດາຝ່າຍໄດ້ຮັບຮູ້ໝາກຜົນຂອງກຸ່ມປະຕິບັດງານ DOC/ COC ກ່ຽວກັບແຜນຮ່າງແມ່ COC ພ້ອມທັງເຫັນດີ ຈະຍື່ນສະເຫນີແຜນຮ່າງນີ້ ເພື່ອໃຫ້ກອງປະຊຸມລັດຖະມົນຕີ ອາຊຽນ ຈີນ ໃນເດືອນສິງຫາປີ 2017 ພິຈາລະນາຮັບຮອງເອົາ. ເຂົ້າຮ່ວມການປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢູງ, ຫົວຫນ້າ SOM ASEAN ຫວຽດນາມ ກ່າວຄຳເຫັນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ເນັ້ນຫນັກຢ່າງແຮງເຖິງການປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ກໍຄືການປະກອບສ່ວນສ້າງບັນດາເນື້ອໃນລະອຽດຂອງແຜນຮ່າງແມ່ COC.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

