ພາບປະກອບ: REUTERS |
ໃນຖະແຫຼງການໃນຕອນຄ່ຳວັນທີ 26 ພະຈິກ ທາງໂທລະພາບ, ກຸ່ມນາຍທະຫານ Guinea Bissau ອ້າງຊື່ເອງວ່າແມ່ນກອງບັນຊາການກອງທັບຂັ້ນສູງ ໄດ້ປະກາດປົດ ຕຳແໜ່ງທ່ານ ປະທານາທິບໍດີ Umaro Sissoco Embalo ແລະ ຢຸດຕິທຸກການເຄື່ອນໄຫວບັນດາລະບອບລະບຽບການສາທາລະນະລັດຢູ່ Guinea-Bissau. ການກະທຳຍາດເອົາອຳນາດຂອງກຸ່ມນາຍທະຫານກອງທັບ Guinea-Bissau ໄດ້ດຳເນີນພາຍຫຼັງເວລາພຽງແຕ່ 3 ວັນ, ທີ່ປະເທດ ນີ້ຈັດການເລືອກຕັ້ງທົ່ວປະເທດ ເລືອກປະທານາທິບໍດີ ແລະ ສະພາແຫ່ງຊາດ. ວັນທີ 25 ພະຈິກ ຜ່ານມາ, ທັງທ່ານ ປະທານາທິບໍດີ Embalo ແລະ ຄູແຂ່ງຂອງທ່ານແມ່ນ ທ່ານ Fernando Dias da Costa ປະມຸກກຳລັງຝ່າຍຄ້ານ, ໄດ້ພ້ອມກັນອອກຖະແຫຼງການຍາດໄດ້ໄຊຊະນະໃນການເລືອກຕັ້ງ, ເຖິງວ່າໝາກຜົນຂອງການກວດບັດຢ່າງເປັນທາງການຍັງບໍ່ທັນໄດ້ປະກາດເທື່ອ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

