ສະຖານທີ່ເກີດເຫດວາງລະເບີດກໍ່ການຮ້າຍ(ພາບ: REUTERS)
|
ຢ່າງໜ້ອຍສຸດມີ 5 ຄົນເສຍຊີວິດ ແລະ ກວ່າ 20 ຄົນຮັບບາດເຈັບໃນເຫດວາງລະເບີດກໍ່ການຮ້າຍຢູ່ໂບດແຫ່ງໜຶ່ງ ທີ່ເມືອງ Wadi al-Dhahab, ນະຄອນ Homs, ທາງພາກກາງ ຊີຣີ ໃນຕອນທ່ຽງວັນທີ 26 ທັນວາ. ສຳນັກຂ່າວສານແຫ່ງລັດ ຊີຣີ ໃຫ້ຮູ້ວ່າ ບັນດາຜູ້ຮັບບາດເຈັບໄດ້ສົ່ງໄປຮາກຖານສາທາລະນະສຸກເພື່ອປິ່ນປົວ. ກ່ອນໜ້ານັ້ນ, ມີແຫຼ່ງຂ່າວທ້ອງຖິ່ນຈຳນວນໜຶ່ງໃຫ້ຮູ້ວ່າ ຜູ້ບຸກໂຈມຕີກໍ່ການຮ້າຍໄດ້ທຳການລະເບີດລູກລະເບີດທີ່ຖືຕິດຕົວ ຢູ່ພາຍໃນໂບດ Imam Ali ຂອງຊາວອິດສະລາມ ນິກາຍ Shiite. ເຖິງຢ່າງໃດກໍ່ຕາມ, ຊື່ຂອງຜູ້ຖືກສົງໄສຍັງບໍ່ໄດ້ເຕື້ອງເຖິງ.
ເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນສະພາບ ອຳນາດການປົກຄອງ ຊີຣີ ແລະ ບັນດາປະເທດສຳພັນທະມິດພວມຍູ້ແຮງບັ້ນປາບປາມການກໍ່ການຮ້າຍໃນທົ່ວປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

