ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະກັບ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ລາວ ແລະ ເຂົ້າການການພົບປະຂັ້ນສູງລະຫວ່າງສອງພັກ, ຕອນບ່າຍວັນທີ 1 ທັນວາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະກັບ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະເໜີມາດຕະການຈຳນວນນຶ່ງ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງສະພາແຫ່ງຊາດ, ໃນນັ້ນສືບຕໍ່ແລກປ່ຽນບົດຮຽນປະສົບການໃນບັນດາຂົງເຂດຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນການສ້າງໃຫ້ສົມບູນແບບລະບອບລະບຽບການ, ລະບົບກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດ.

ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານ ເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ຕາມຄຳເຊື້ອເຊີນຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ພ້ອມທັງຈະເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ການພົບປະກົມການເມືອງປະຈໍາປີ ລະຫວ່າງ ກົມການເມືອງສູນກາງພັກຂອງສອງພັກ. ທ່ານໄຊສົມພອນ ພົມວິຫານ ຕີລາຄາສູງການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກເເພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາສູ່ ສປປ ລາວ, ທັງເປັນການໃຫ້ກໍາລັງໃຈຢ່າງແຮງກ້າໃຫ້ປະຊາຊົນລາວ ໃນໂອກາດສະເຫລີມສະຫລອງວັນຊາດ ສປປ ລາວ ໃນປີນີ້.