ພິທີປະກາດປຶ້ມປົກຂາວປະຈຳປີ ຄັ້ງທີ 15 |
ປຶ້ມປົກຂາວ ໄດ້ຍົກອອກບັນດາຂໍ້ສະເໜີແນະ ເພື່ອແນໃສ່ສົ່ງເສີມບັນດາບຸລິມະສິດການລົງທຶນ ແລະ ການຄ້າ, ສະໜອງໃຫ້ບັນດານັກວາງແຜນກຳນົດນະໂຍບາຍ, ວິສາຫະກິດ, ນັກຮຽນຮູ້ ແລະ ບັນດາຝ່າຍກ່ຽວຂ້ອງອື່ນຂອງ ຫວຽດນາມ ແລະ ເອີຣົບ ກ່ຽວກັບແງ່ມູມຕົວຈິງ ກ່ຽວກັບບັນດາບັນຫາເສດຖະກິດສຳຄັນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ຫວຽດນາມ, Julien Guerrier ເນັ້ນໜັກວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ສະຖຽນລະພາບດ້ານການລົງທຶນຂອງບັນດາວິສາຫະກິດ EU ປະຈຳ ຫວຽດນາມ ຈະມີຄວາມສຳຄັນທີ່ສຸດໃນຍາວນານ. ພວກຂ້າພະເຈົ້າສາມາດຕັ້ງຄວາມຫວັງດ້ານການຄ້າສິນຄ້າ ລະຫວ່າງ ຫວຽດນາມ ແລະ ອີຢູ ຈະສືບຕໍ່ພັດທະນາ ແລະ ເຕີບໂຕ ນັບທັງການນຳເຂົ້າ ແລະ ສົ່ງອອກໃນອະນາຄົດ. ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ສຸດ ແລະ ໃຫ້ຄຳໝັ້ນສັນຍາກ່ຽວກັບການລົງທຶນຕ່າງປະເທດຢູ່ ຫວຽດນາມ ຫຼາຍທີ່ສຸດ, ຮັບປະກັນລັກສະນະຍືນຍົງໃນການລົງທຶນຢູ່ ຫວຽດນາມ. ຜ່ານບັນດາຂໍ້ສະເໜີແນະທີ່ລະບຸໃນປຶ້ມປົກຂາວ, ສາມາດເສີມຂະຫຍາຍກຳລັງບົ່ມຊ້ອນການເຕີບໂຕຢູ່ ຫວຽດນາມ ໄດ້ຫຼາຍທີ່ສຸດ”.
ເລເຟືອງ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

