ຕາມຕົວເລກສະຖິຕິ, ປັດຈຸບັນການລົງທຶນຈາກເອີລົບເຂົ້າມາຫວຽດນາມ ບັນລຸກວ່າ 30 ຕື້ USD. ບັນດານັກຊ່ຽວຊານເສດຖະກິດໃຫ້ຂໍ້ສັງເກດວ່າ ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈາກເອີລົບເຂົ້າມາຫວຽດນາມ ພວມມີທ່າອ່ຽງເພີ່ມຂຶ້ນຢ່າງແຮງ ໃນຊຸມປີມໍ່ໆມານີ້. ຕາມນັ້ນແລ້ວ, ປີ 2022 ຫວຽດນາມ ດຶງດູດເງິນລົງທຶນ FDI ຈາກເອີລົບໄດ້ 2,5 ຕື້ USD, ຮອດປີ 2024 ບັນລຸໄດ້ 3,25 ຕື້ USD. ທ່ານ ຫງວຽນຫ໋າຍມິງ, ຮອງປະທານສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham), ໃຫ້ຮູ້ວ່າ ຫວຽດນາມແມ່ນປະເທດທີ່ພົ້ນເດັ່ນຂຶ້ນຢ່າງໄວວາ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນສາຍຕາຂອງນັກລົງທຶນເອີລົບ. FDI ຈາກ ເອີລົບ ເຂົ້າມາຫວຽດນາມ ພວມມີທ່າອ່ຽງສຸມໃສ່ເຂົ້າບັນດາຂົງເຂດໃໝ່ຄື: ພະລັງງານສະອາດ, ເຕັກໂນໂລຢີສູງ ຫຼືບັນດາສູນ logistics ເພື່ອຫັນຫວຽດນາມກາຍເປັນສູນຄ່ຽມຖ່າຍໃນພາກພື້ນ.