![]() ເຮືອບິນTC-90 ຂອງ ຍີ່ປຸ່ນ
(ພາບ: Reuters) |
(vovworld) – ວັນທີ 9/3, ກ່າວຄຳເຫັນຢູ່ຖານທີ່ໝັ້ນກອງທັບອາກາດຢູ່ພາກໃຕ້ Manila, ທ່ານປະທານາທິບໍດີ ຟີລິບປິນ Benigno Aquino ໃຫ້ຮູ້ວ່າ: ປະເທດນີ້ຈະເຊົ່າເຮືອບິນຊ້ອມຮົບຂອງ ຍີ່ປຸ່ນ 5 ລຳເພື່ອໜູນຊ່ວຍກຳລັງທະຫານເຮືອລາດຕາເວນຢູ່ທະເລຕາເວັນອອກ ໃນສະພາບທີ່ ຈີນ ພວມເພີ່ມທະວີການເຄື່ອນໄຫວດ້ານການທະຫານຢູ່ເຂດນີ້. ທ່ານຢັ້ງຢືນວ່າ: ບັນດາເຮືອບິນເຫຼົ່ານີ້ເພື່ອແນໃສ່ເພີ່ມທະວີຄວາມສາມາດປົກປ້ອງຜືນແຜ່ນດິນຂອງກຳລັງທະຫານອາກາດ ຟີລິບປິນ ແລະ ລັດຖະບານມີແຜນນະໂຍບາຍສືບຕໍ່ປັບປຸງກຳລັງແຮງດ້ານປ້ອງກັນຊາດຜ່ານການສ້າງກຳລັງກອງທັບອາກາດ, ເພີ່ມຈຳນວນເຮືອບິນ ແລະ ເຮືອບິນ ເອລີກອບແຕ ເພື່ອຂົນສົ່ງທະຫານ ແລະ ເຄື່ອງຂອງໜູນຊ່ວຍ ກໍຄືປົກປ້ອງບັນດາເຂດຊາຍແດນທະເລ. ທ່ານກໍປະກາດວ່າ: ໃນປີນີ້, ຟີລິບປິນ ກໍ່ຈະຮັບເອົາເຮືອບິນຂົນສົ່ງຈາກ ອາເມລິກາ 2 ລຳ, ໃນສະພາບທີ່ທັງ ອາເມລິກາ ແລະ ສ. ເກົາຫຼີ ລ້ວນແຕ່ສະເໜີຊ່ວຍເຫຼືອ Manila ເພີ່ມທະວີກຳລັງແຮງທາງອາກາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

