ໃນນັ້ນ, ທຶນ FDI ປະຕິບັດບັນລຸກວ່າ 27,6 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ປີກ່ອນ. ນີ້ແມ່ນຈຳນວນທຶນ FDI ສູງສຸດໃນ 5 ປີຜ່ານມາ. ທຶນຈົດທະບຽນໃໝ່ມີກວ່າ 4.000 ໂຄງການ ໄດ້ຮັບອະນຸຍາດ ດ້ວຍຈຳນວນທຶນຈົດທະບຽນບັນລຸກວ່າ 17,3 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ປີກ່ອນ; ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດແຕ່ງໄດ້ຮັບການອະນຸຍາດລົງທຶນດ້ວຍທຶນ FDI ແມ່ນໃຫຍ່ທີ່ສຸດ ດ້ວຍຈຳນວນທຶນຈົດທະບຽນບັນລຸເກືອບ 10 ຕືື້ USD.

ໃນຈຳນວນ 90 ປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນ ໄດ້ຮັບອະນຸມັດໃໝ່ຢູ່ ຫວຽດນາມ ໃນປີ 2025 ນັ້ນ, ສິງກະໂປ ແມ່ນນັກລົງທຶນໃຫຍ່ສຸດ ດ້ວຍຈໍານວນທຶນ 4,84 ຕື້ USD; ຖັດມາແມ່ນ ຈີນ, ຮົ່ງກົງ (ຈີນ), ຍີ່ປຸ່ນ… ໃນຈຳນວນຂະແໜງລົງທຶນເຂົ້າ ຫວຽດນາມນັ້ນ, ອຸດສາຫະກຳປຸງແຕ່ງ, ປະດິດແຕ່ງບັນລຸເກືອບ 22,9 ຕື້ USD, ກວມເອົາເກືອບ 83% ຈຳນວນເງິນລົງທຶນ FDI ທັງໝົດທີ່ໄດ້ປະຕິບັດໃນປີ.