ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ກະສັດ ບຣູໄນ Darussalam Haji Hassanal Bolkiah (ພາບ: VOV)
|
ໂດຍໄດ້ຮັບຄຳເຊື້ອເຊີນອຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ກະສັດ ບຣູໄນ Darussalam Haji Hassanal Bolkiah ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ນັບແຕ່ວັນທີ 30 ພະຈິກ - 2 ທັນວາ 2025. ຕອນເຊົ້າວັນທີ 1 ທັນວາ 2025, ພາຍຫຼັງພິທີຕ້ອນຮັບທາງລັດຖະກິດທີ່ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຈລະຈາກັບກະສັດ ບຣູໄນ.
ທີ່ການເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ກະສັດ ໄດ້ເຫັນດີເປັນເອກະພາບສູ້ຊົນນຳວົງເງິນການຄ້າສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອເພີ່ມວົງເງິນການຄ້າສອງສົ້ນຂຶ້ນທົບສອງເທົ່າໃນໄວໄວນີ້. ຫວຽດນາມ ສົ່ງເສີມບັນດານັກລົງທຶນ ບຣູໄນ ເຂົ້າຮ່ວມບັນດາໂຄງການຄືການສ້າງສູນການເງິນສາກົນ, ພື້ນຖານໂຄງລ່າງ, ພະລັງງານ, ການທ່ອງທ່ຽວ ແລະ ການບໍລິການຢູ່ ຫວຽດນາມ. ບຣູໄນ ເຫັນດີເປັນເອກະພາບແບ່ງປັນບົດຮຽນປະສົບການກັບ ຫວຽດນາມ ກ່ຽວກັບຂົງເຂດ Halal, ພິຈາລະນາການຮັບຮູ້ເຊິ່ງກັນແລະກັນຕໍ່ໃບຢັ້ງຢືນ Halal, ພັດທະນາບັນດາໂຄງການຜະລິດສະບຽງອາຫານ ແລະ ຜະລິດຕະພັນ ຢູ່ Halal ຫວຽດນາມ.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະ ເຊັນເອກະສານຮ່ວມມືສາມສະບັບລະຫວ່າງສອງປະເທດໃນບັນດາຂົງເດຮ່ວມມືທາງທະເລ, ສິນໃນນ້ຳ ແລະ ການຮ່ວມມືໃນການປ້ອງກັນຕ້ານການຈັບຫາສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

