ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: VOV) |
ຕອນບ່າຍວັນທີ 27 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາດຳເນີນທຸລະກິດ ສະຫະພາບເອີລົບ - ອາຊຽນ (EU - ABC) ແລະ ສະມາຄົມວິສາຫະກິດເອີລົບ ຢູ່ ຫວຽດນາມ (ERuocham), ພ້ອມກັບວິສາຫະກິດສຳຄັນແຖວໜ້າຂອງສະຫະພາບ ເອີລົບ (EU) ເກືອບ 40 ແຫ່ງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີ EU ແລະ ວົງຄະນະຍາດວິສາຫະກິດ EU ສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ຢ່າງມີປະສິດທິຜົນ, ເປີດປະຕູໃຫ້ແກ່ຕະຫຼາດຂອງກັນຫຼາຍກ່ວາອີກ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ວິສາຫະກິດເອີລົບທີ່ ມາລົງທຶນຢູ່ ຫວຽດນາມ ໃນບັນດາໂຄງການເຕັກໂນໂລຢີສູງ, ປັນຍາປະດິດ, ຊິບເຄິ່ງຊັກນຳໄຟຟ້າ, ການເຕີບໂຕສີຂຽວ, ພະລັງງານທົດແທນ, ພື້ນຖານໂຄງລ່າງຄົມມະນາຄົມ ແລະ ສິ່ງແວດລ້ອມ, ຕົວເມືອງ ອັດສະລິຍະ, ເສດຖະກິດທະເລ… ກ່ຽວກັບບັນຫາ ບັດເຫຼືອງ IUU, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
ພວກຂ້າພະເຈົ້າພວມປະຕິບັດວຽກງານນີ້ຢ່າງຂ້ຽວຂາດ. ປັດຈຸບັນ ບັນດາຄະນະປະຕິບັດງານພວມໄປທຸກແຂວງ, ນະຄອນເພື່ອສຳຫຼວດກວດຄືນວຽກງານຄືນໃໝ່ຕາມການສະເໜີແນະຂອງ EC. ບັນດາຂໍ້ກ່າວເຕືອນ ຂອງ EC ພວກຂ້າພະເຈົ້າລ້ວນແຕ່ປະຕິບັດ. ປັດຈຸບັນ, ສາມາດຕອບສະໜອງໄດ້ໂດຍພື້ນຖານແລ້ວ. ພວກຂ້າພະເຈົ້າເຮັດຕັ້ງໜ້າທີ່ສຸດ. ຂ້າພະເຈົ້າສະເໜີບັນດາທ່ານປະກອບສຽງເວົ້າເພື່ອຍົກເລີກບັດເຫຼືອງ IUU. ນີ້ແມ່ນໜຶ່ງໃນບັນດາຂໍ້ຕັດຂັດໃນການພົວພັນດ້ານເສດຖະກິດຂອງພວກເຮົາ.
ສ່ວນທ່ານ Jens Rübbert, ປະທານ EU – ABC ໃຫ້ຮູ້ວ່າບັນດາວິສາຫະກິດເອີລົບຕີລາຄາສູງທີ່ສຸດຕໍ່ກັບຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບລະດັບການເປີດຕະຫຼາດ, ສືບຕໍ່ປັບປຸງການບໍລິຫານ ແລະ ພື້ນຖານເສດຖະກິດ, ການຮັກສາສະຖຽນລະພາບແຫ່ງຊາດ, ກຳລັງຄວາມສາມາດໃນການແກ້ງແຍ້ງກ່ຽວກັບການການສົ່ງອອກ, ວິວັດການຫັນເປັນດີຈີຕອນ ແລະ ສີຂຽວໂດຍໄວ ພວມເພີ່ມຖານະບົດບາດຂອງ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ນັດພົບແຖວໜ້າໃນອາຊຽນ ຂອງວິສາຫະກິດ ຕ່າງປະເທດ, ໃນນັ້ນມີວິສາຫະກິດ EU.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

