ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ພົບປະແລກປ່ຽນກັບທ່ານປະທານສະພາສູງ ກຳປູເຈຍ Samdech Techo Hun Sen (ພາບ: VOV) |
ວັນທີ 28 ພະຈິກ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 27 – 28 ພະຈິກ 2025, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາສູງ ກຳປູເຈຍ Samdech Techo Hun Sen ແລະ ທ່ານ Hun Manet ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ.
ທີ່ການຕ້ອນຮັບ, ທ່ານ Hun Manet ປະທານສະພາສູງ ກຳປູເຈຍ ໄດ້ສະແດງຄວາມຊົມເຊີນທ່ານຮອງນາຍົກລັດຖະມົນຕີ ບຸ່ຍທັງເຊີນ ທີ່ໄດ້ນໍາພາຄະນະຜູ້ແທນ ຫວຽດນາມ ມາ ກຳປູເຈຍ ເພື່ອເປັນປະທານຮ່ວມກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 13 ແລະ ຢັ້ງຢືນວ່າ ກອງປະຊຸມນີ້ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ.
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຈະຜັນຂະຫຍາຍປະສິດທິຜົນຂອງຂໍ້ຕົກລົງ, ສັນຍາສະບັບຕ່າງໆລະຫວ່າງສອງປະເທດ, ໂດຍສະເພາະແມ່ນບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 13.
ນັກຂ່າວ VOV ປະຈຳ ກຳປູເຈຍ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

