ທ່ານ ພົນໂທຮ່ວາງຊວັນຈຽນ ມອບ ອຸປະກອນການແພດປ້ອງກັນຕ້ານໂລກລະບາດດ້ວຍມູນຄ່າ 5,2 ຕື້ດົ່ງ ໃຫ້ທ່ານ ແສງເພັດ ຮຸງບຸນຍວງ ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດ ລາວ (ພາບ: qdnd.vn) |
ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ຢັ້ງຢືນວ່າ ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຫວຽດນາມ - ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ພັດທະນາແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ກ່ຽວກັບການພົວພັນດ້ານປ້ອງກັນຊາດ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ໂດຍໄດ້ຮັບການມອບສິດຈາກທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽນດາມ, ທ່ານ ພົນໂທຮ່ວາງຊວັນຈຽນ ໄດ້ມອບ ອຸປະກອນການແພດປ້ອງກັນຕ້ານໂລກລະບາດດ້ວຍມູນຄ່າ 5,2 ຕື້ດົ່ງ ໃຫ້ທ່ານ ແສງເພັດ ຮຸງບຸນຍວງ ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດ ລາວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

