ທ່ານ ເຮົ່າອາເລັ່ງ, ຮອງປະທານ - ເລຂາທິການໃຫຍ່ ຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ (ພາບ: TTXVN) |
ທ່ານ ເຮົ່າອາເລັ່ງ ເນັ້ນໜັກວ່າ ແນວໂຮມປະເທດຊາດຫວຽດນາມ ຖືເປັນສໍາຄັນ ແລະ ຕີລາຄາສູງການຮ່ວມມືກັບ ສະຫະສະມາຄົມປະຊາຊົນ ສິງກະໂປ, ພ້ອມທັງຖືວ່າ ສອງອົງການມີຈຸດຄ້າຍຄືກັນຫຼາຍຢ່າງ ກ່ຽວກັບແບບວິທີການເຄື່ອນໄຫວ ແລະ ເປົ້າໝາຍ ມຸ່ງໄປສູ່ວົງຄະນະຍາດເຂດຊຸມຊົນ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ຂັ້ນຮາກຖານ. ບົນພື້ນຖານນັ້ນ ສອງຝ່າຍຈະຕັ້ງໜ້າຮ່ວມມືກັນໃນຫຼາຍຂົງເຂດວຽກງານ ກໍຄື ຊຸກຍູ້ການຈັດຕັ້ງປະຕິບັດບັນດາເຫດການພົວພັນແລກປ່ຽນວັດທະນະທໍາ, ບັນດາກອງສະແດງສິລະປະ...
ທ່ານ ເຮົ່າອາເລັ່ງ ສະເໜີວ່າ ສະຫະສະມາຄົມປະຊາຊົນ ສິງກະໂປ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາອົງການກ່ຽວຂ້ອງ ແລະ ວິສາຫະກິດສິງກະໂປ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບໍາລຸງສ້າງ...
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

