ຕາມບົດແຈ້ງຂ່າວ ຂອງຂະແໜງໄຟຟ້າ ກໍາປູເຈຍ ແລ້ວ: ປັດຈຸບັນ, ກໍາປູເຈຍ ພວມຂາດແຄນໄຟຟ້າໃຊ້ໃນທົ່ວປະເທດຢ່າງຮ້າຍແຮງ, ຂະແໜງໄຟຟ້າ ກໍາປູເຈຍ ຕ້ອງໄດ້ຮຽກຮ້ອງການໜູນຊ່ວຍຈາກບັນດາປະເທດບ້ານໃກ້ເຮືອນຄຽງ.
(ພາບປະກອບ) |
ສາເຫດທີ່ພາໄປເຖິງການຂາດແຄນໄຟຟ້າໃຊ້ໃນທົ່ວປະເທດ ແມ່ນ ຍ້ອນ ອາກາດຮ້ອນເອົ້າ ແລະ ສະພາບໄພແຫ້ງແລ້ງບໍ່ຜິດປົກກະຕິ ສະນັ້ນ ຄວາມຕ້ອງການໃນການນໍາໃຊ້ໄຟຟ້າເພີ່ມຂຶ້ນສູງ. ປັດຈຸບັນ, ອໍານາດການປົກຄອງ ກໍາປູເຈຍ ພວມມານະນະຍາຍາມສ້າງແຜນການຕ່າງໆ ເພື່ອແນໃສ່ເພີ່ມປະລິມານໄຟຟ້າໃນໄລຍະຈະມາເຖິງ.
ໂດຍຕອບສະໜອງຕາມຄວາມຮຽກຮ້ອງຂໍການຊ່ວຍເຫຼືອຈາກຂະແໜງໄຟຟ້າກໍາປະເຈຍ: ຫວຽດນາມ, ລາວ ແລະ ໄທ ແມ່ນສາມປະເທດທໍາອິດໃນພາກພື້ນ ໃຫ້ຄໍາໝັ້ນສັນຍາໜູນຊ່ວຍຂະແໜງໄຟຟ້າ ກໍາປະເຈຍ. ໃນນັ້ນ, ໄທ ຈະສະໜອງ 80 MW, ລາວສະຫຼອງ 10 MW ແລະ ຫວຽດນາມ ຮັກສາປະລິມານໄຟຟ້າທີ່ພວມໝູນຊ່ວຍໃຫ້ກໍາປູເຈຍ ຄືເກົ່າ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

